ກະຊວງກະສິກຳ ແລະ ປ່າໄມ້ ຈະຕິດກາໝາຍ QR code ໃສ່ລົດບໍລິຫານລັດຖະການ 2 ພັນກວ່າຄັນ

72

ເພື່ອເປັນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນ 29 ກັນຍາ 2021, ໃນວັນທີ 11 ພະຈິກ 2022 ຄະນະຮັບຜິດຊອບ ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ປະສານສົມທົບກັບຄະນະຮັບຜິດຊອບກະຊວງການເງິນ ຈັດຕັ້ງພິທີຕິດແຜ່ນກາໝາຍ (QR code) ພາຫະນະຮັບໃຊ້ທາງລັດຖະການ ຂອງກະຊວງກະສິກໍາ ແລະ ປ່າໄມ້.

ການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດນີ້ ແມ່ນຈະຖືກບັນທຶກເຂົ້າໃນລະບົບຄຸ້ມຄອງຊັບສິນຂອງລັດເປົ້າໝາຍແມ່ນເພື່ອສະດວກໃນການຕິດຕາມກວດກາການນໍາໃຊ້ ລົດຂອງລັດໃຫ້ຖືກຕ້ອງ ຕາມເປົ້າໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ໂດຍ ຜ່ານການສະແກນ QR code ພ້ອມທັງມີການຄຸ້ມຄອງ, ຮັບປະກັນການເຄື່ອນໄຫວວຽກງານ ລວມຂອງລັດ ແລະ ວິຊາສະເພາະ ຂອງແຕ່ລະພາກສ່ວນຕາມກົດໝາຍ ແລະ ລະບຽບການ.

ເຊິ່ງພາຫະນະທີ່ກະຊວງກະສິກໍາຈະຕິດ ແຜ່ນກາໝາຍທັງໝົດມີຈໍານວນ 2.351 ຄັນ, ໃນນີ້ມີລົດໃຫຍ່ມີຈໍາ ນວນ 885 ຄັນ ແລະ ລົດຈັກ 1.466 ຄັນ.