ສຳເລັດພາລະກິດ ທຳຄວາມສະອາດເດິ່ນທາດຫຼວງ ຍ້ອງຍໍປີນີ້ຄົນລາວຕື່ນຕົວຫຼາຍຂຶ້ນ

87

ເປັນປະຈຳທຸກປີ ເມື່ອແລ້ວບຸນສິ່ງທີ່ຕ້ອງນຳເກັບເລມຄືນຄື ຂີ້ເຫຍື້ອທີ່ຜູ້ຄົນມາຮ່ວມງານຖີ້ມໄວ້ ແລະການບໍລິຫານຈັດການຂີ້ເຫຍື້ອໂດຍຫຼັກແມ່ນໜ້າທີ່ຂອງ ຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນ(ຄບຕ) ແຕ່ໃນນັ້ນກໍ່ມີຫຼາຍພາກສ່ວນມາຮ່ວມເປັນກຳລັງແຮງເສີມນຳ ເຊັ່ນດຽວກັນປີນີ້ແມ່ນມີອາສາຈາກທັງບໍລິສັດເອກະຊົນ ແລະອົງການຈັດຕັ້ງສາກົນມາຮ່ວມເຮັດຄວາມສະອາດກໍ່ຄືເກັບຂີ້ເຫຍື້ອໃນງານບຸນທາດຫຼວງ.

ທີມງານ ສະມໍບີ Small B ໜຶ່ງໃນຜູ້ທີ່ໄດ້ປະກອບສ່ວນເກັບຂີ້ເຫຍື້ອຢູ່ງານບຸນພະທາດຫຼວງວຽງຈັນບອກວ່າ ປີນີ້ເປັນປີທຳອິດທີ່ທີມງານ ທີ່ໄດ້ເຂົ້າມາມີສ່ວນຮ່ວມ ຮັບຜິດຊອບເລື່ອງຄວາມສະອາດ ພາຍໃນງານ ບຸນທາດຫລວງ ຮ່ວມກັບ ຄບຕ, ເປັນອີກຫນຶ່ງພາລະກິດ ທີ່ທ້າທາຍ ແຕ່ໃຫ້ປະສົບການທີ່ຄຸ້ມຄ່າ ທີ່ສຸດ!

ຂອບໃຈ ທີມງານທຸກຄົນ ສຳລັບ ຄວາມຫ້າວຫັນ ທຸ່ມເທ ເຮັດວຽກຫນັກ ຈົນຮອດ 3-4 ໂມງເຊົ້າ ທຸກມື້ ເພື່ອກວດກາຄວາມຮຽບຮ້ອຍ ຕັ້ງແຕ່ມື້ ເລີ່ມກະກຽມ ຈົນຮອດ ມື້ສຸດທ້າຍ, ຖືວ່າ ພາລະກິດເປັນອັນສຳເລັດ ແລະ ລຸລ່ວງໄປໄດ້ດ້ວຍດີ.


ທີ່ສຳຄັນ ຖ້າທຽບໃສ່ປີຜ່ານມາ ເຫັນໄດ້ວ່າປີນີ້ ພໍ່ຄ້າ ແມ່ຄ້າ ຊາວຂາຍ ແລະ ມວນຊົນທີ່ຫລັ່ງໄຫລ ເຂົ້າມາຫລິ້ນບຸນທາດຫລວງ ມີຄວາມຮັບຜິດຊອບ ໂດຍການຖິ້ມຂີ້ເຫຍື້ອລົງຖັງຫລາຍຂຶ້ນ, ຖືເປັນການເລີ່ມຕົ້ນ ທີ່ດີ ສຳລັບ ປີຕໍ່ໆໄປ.