ລະດູແລ້ງປີນີ້ ໄຊຍະບູລີ ວາງແຜນປູກພືດເນື້ອທີ່ 19 ພັນກວ່າເຮັກຕາ. ໃນນີ້, ນາແຊງ 2 ພັນເຮັກຕາ

95

ໃນລະດູແລ້ງ ປະຈໍາສົກປີ 2022-2023 ທົ່ວແຂວງໄຊຍະບູລີ ມີແຜນການປູກພືດເນື້ອທີ່ 19.655 ເຮັກຕາ. ໃນນັ້ນ, ນາແຊງ 2.000 ເຮັກຕາ, ພືດຊະນິດຕ່າງໆ 17.655 ເຮັກຕາ ເພື່ອ ບໍລິໂພກພາຍໃນໃຫ້ສາມາດກຸ້ມຕົນເອງໄດ້ ແລະ ປູກພືດເປັນສິນຄ້າຊະນິດຕ່າງໆ ເພື່ອສ້າງລາຍຮັບເຂົ້າຄອບຄົວ ທັງປະກອບສ່ວນເຂົ້າໃນວຽກແກ້ໄຂຄວາມທຸກຍາກ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.

ເນື່ອງໃນໂອກາດເປີດພິທີສະເຫຼີມສະຫຼອງ 3 ວັນ ສໍາຄັນຂອງວຽກງານກະສິກໍາ ປະຈໍາປີ 2022 ຄື: ວັນຊົນລະປະທານແຫ່ງຊາດ 3 ພະຈິກ, ວັນສັກຢາກັນພະຍາດສັດລ້ຽງແຫ່ງຊາດ 11 ພະຈິກ ແລະ ວັນເປີດຂະບວນການຜະລິດລະດູແລ້ງ 15 ພະຈິກ ໄດ້ຈັດວັນທີ 11 ພະຈິກ 2022 ທີ່ເດີ່ນຫ້ອງການ ບ້ານນາລາ, ເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີ ກ່າວວ່າ: ການຜະລິດສະບຽງອາຫານຢູ່ແຂວງໄຊຍະບູລີ ໂດຍພື້ນຖານແລ້ວມີສະຖຽນລະພາບທາງດ້ານສະບຽງເພື່ອຮັບໃຊ້ບໍລິໂພກພາຍໃນ ແລະ ສາມາດກຸ້ມຕົນເອງໄດ້, ການປູກພືດເປັນສິນຄ້າຊະນິດຕ່າງໆ ແມ່ນໄດ້ເປັນຂະບວນການຟົດຟື້ນ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວແຂວງ ທັງປະກອບສ່ວນເຂົ້າໃນວຽກແກ້ໄຂຄວາມທຸກຍາກ ນັບມື້ນັບດີຂຶ້ນເປັນກ້າວໆ.

ຮູບປະກອບຂ່າວ

ທົ່ວແຂວງມີເນື້ອທີ່ປູກພືດລະດູຝົນ ປະຈໍາປີ 2022 ມີເນື້ອທີ່ທັງໝົດ 166.606 ກວ່າເຮັກຕາ. ໃນນັ້ນ, ເຂົ້ານາປີ 36.824 ກວ່າເຮັກຕາ, ເຂົ້າໄຮ່ 11.427 ກວ່າເຮັກຕາ, ພືດຊະນິດຕ່າງໆ 115.920,83 ເຮັກຕາ ແລະ ໄມ້ໃຫ້ໝາກ 2.433, ເຮັກຕາ. ສຳລັບໃນລະດູແລ້ງ ປະຈໍາສົກປີ 2022-2023 ທົ່ວແຂວງມີເນື້ອທີ່ແຜນການປູກພືດ 19.655 ເຮັກຕາ. ໃນນັ້ນ, ນາແຊງ 2.000 ເຮັກຕາ, ພືດຊະນິດຕ່າງໆ 17.655 ເຮັກຕາ. ການຊຸກຍູ້ສົ່ງເສີມ ການລ້ຽງສັດ ເພື່ອເປັນສະບຽງອາຫານ ແລະ ຂາຍເປັນສິນຄ້າ ກໍໄດ້ເປັນຂະບວນການຟົດຟື້ນ ໂດຍການຫັນຈາກການລ້ຽງແບບທໍາມະຊາດ ໄປສູ່ການລ້ຽງແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າອາຫານສັດ ແລະ ຕາໜ່າງສັດຕະວະແພດ ດ້ວຍເຕັກນິກອັນກ້າວໜ້າ ແລະ ມີປະສິດທິຜົນ ເຊິ່ງທົ່ວແຂວງມີສັດລ້ຽງທັງໝົດ 5.104.835 ໂຕ. ໃນນີ້, ຄວາຍ 74.450 ໂຕ, ງົວ 288.980 ໂຕ ແລະ ສັດປະເພດອື່ນໆ 4.741.400 ກວ່າໂຕ, ອັດຕາການຂະຫຍາຍຕົວຂອງຝູງສັດແມ່ນ 8,62% ປີ, ສັກຢາປ້ອງກັນພະຍາດສັດລ້ຽງໄດ້ 1.479.307 ໂຕ. ໃນນີ້, ຄວາຍ 30.077 ໂຕ, ງົວ 110.679 ໂຕ ແລະ ສັດປະເພດອື່ນໆ 1.338.551 ໂຕ.

ເພື່ອຕອບສະໜອງໃຫ້ແກ່ວຽກງານການຜະລິດຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ວຽກງານຊົນລະປະທານແມ່ນມີຄວາມຈໍາເປັນທີ່ສຸດ ເພື່ອຮັບປະກັນໄດ້ບັນດາແຜນການ ແລະ ຄາດໝາຍສູ້ຊົນທີ່ໄດ້ວາງໄວ້ນັ້ນ ທົ່ວແຂວງມີໂຄງການຊົນລະປະທານທັງໝົດ 3.280 ແຫ່ງ. ໃນນີ້, ຊົນລະປະທານຖາວອນ 367 ແຫ່ງ (ຝາຍນໍ້າລົ້ນ, ອ່າງເກັບນໍ້າ, ຄູກັນນໍ້າ, ຝາຍກວຍຫີນ,…) ສາມາດສະໜອງນໍ້າຕົວຈິງ ໃນລະດູຝົນ 11.262,10 ເຮັກຕາ ແລະ ໃນລະດູແລ້ງ 5.595,30 ເຮັກຕາ ແລະ ຝາຍປະຖົມປະຖານນອກເຂດຊົນລະປະທານມີ 2.913 ແຫ່ງ ສາມາດສະໜອງນໍ້າຕົວຈິງ ໃນລະດູຝົນ 25.557,40 ເຮັກຕາ ແລະ ໃນລະດູແລ້ງ 837,40 ເຮັກຕາ.

ຮູບປະກອບ

ໃນພິທີດັ່ງກ່າວນັ້ນ, ຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມພິທີ ໄດ້ເຂົ້າຮ່ວມສັກຢາໃຫ້ສັດລ້ຽງ, ເປີດຫົວງານໄດສູບນໍ້າບ້ານນາຍາວ, ເປີດນໍ້າເຂົ້າສູ່ການຜະລິດ, ຮ່ວມກິດຈະກໍາອານາໄມຄອງເໜືອງ ເຂດໄດສູບນໍ້າບ້ານນາຍາວ ນໍາກຸ່ມຊາວນາ ແລະ ຮ່ວມກິດຈະກໍາກະກຽມດິນທໍາການຜະລິດລະດູແລ້ງນໍາຄອບຄົວ, ສາທິດການຫວ່ານເຂົ້າກ້າຕື່ມອີກ.

ຂ່າວແຂວງໄຊຍະບູລີ, ຂ່າວ+ພາບ: ຄໍາໝັ້ນ