ອີກບໍ່ດົນ ສາມຫຼ່ຽມຄຳຈະມີສິ່ງໃໝ່ໃຫ້ເຊີຍຊົມ “ຕະຫຼາດນ້ຳ “

1008
default

ເວົ້າໄດ້ວ່າເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນມີບາດກ້າວພັດທະນາຕໍ່ເນື່ອງໃນແຕ່ລະວັນ ທີ່ສຳຄັນເຂດນີ້ແມ່ນຖອດແບບການກໍ່ສ້າງຂອງຈີນມາເຕັມໆ ນັບແຕ່ການຕັດຜັງເຂດ ຖະໜົນຫົນທາງ ອາຄານຕ່າງໆການປະດັບປະດາແສງສີ ເຮັດໃຫ້ຄົນທີ່ໄດ້ໄປຮອດໄປເຖິງເຫັນໄດ້ຫຼາຍມຸມໃນກາງເວັນ, ກາງຄືນຄວາມສວຍງາມທີ່ແຕກຕ່າງກັນ.

ສຳລັບໂຄງການກໍ່ສ້າງ ຕະຫຼາດວັດທະນະທຳນາໆຊາດ ຫຼື ຕະຫຼາດນ້ຳ ຂອງເຂດເສດຖະກິດເສດ ສາມຫຼ່ຽມຄຳ ເປັນໂຄງການໃໝ່ທີ່ຈະມາເພີ່ມສີສັນໃຫ້ກັບເຂດຕອນນີ້ແມ່ນສ້າງສຳເລັດໄປແລ້ວ 75 % ພວມຢູ່ລະຫວ່າງການສ້ອມແປງ ແລະ ຕົກແຕ່ງໃຫ້ຄ້າຍຄືກັບບັນຍາກາດຢູ່ຕ່າງປະເທດ.

ໂຄງການດັ່ງກ່າວ ມີຈຸດປະສົງເພີ່ມທະວີໃຫ້ມີແຫຼ່ງທ່ອງທ່ຽວພາຍໃນເຂດເສດຖະກິດພິເສດ ແລະ ປະເທດລາວເຮົາ ໃຫ້ມີສະຖານທີ່ທ່ອງທ່ຽວ ທີ່ໃຫ້ປະສົບການທີ່ແປກໃໝ່ຫຼາຍຂຶ້ນກວ່າເດີມ. ສຳລັບໜ້າວຽກທັງໝົດຄາດວ່າຈະສຳເລັດໃນປີ 2023 ນີ້ ເຊື່ອວ່າຖ້າຫາກສ້າງສຳເລັດແລ້ວ ຈະສາມາດດຶງດູດເອົານັກທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ມາສຳຜັດກັບບັນຍາກາດທີ່ແຕກຕ່າງ ໃນເຂດຢ່າງຫລວງຫລາຍ.


ໂຄງການຕະຫຼາດນ້ຳ ຜູ້ພັດທະນາເຂດໄດ້ທຸ່ມງົບປະມານໃນການລົງທຶນ 100 ກວ່າລ້ານໂດລາສະຫະລັດ ໃນເນື້ອທີ່ 7 ເຮັກຕາ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ2021 ເປັນຕົ້ນມາ ພາຍໃນຈະມີໂຮງແຮມ, ຕະຫຼາດນ້ຳ, ຮ້ານກາເຟ, ຮ້ານອາຫານ, ສະຖານບັນເທີງ ແລະ ອື່ນໆ ໃນຮູບແບບອະນຸລັກປະເພນີ ປະສົມປະສານກັບຄວາມທັນສະໄໝ.

ໂຄງການນີ້ຈະກາຍເປັນສູນກາງ ຫຼື ແລນມາກໃໝ່ທີ່ຈະດຶງດູດກຸ່ມເປົ້າໝາຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈາກທົ່ວທຸກມູມໂລກເຂົ້າມາທ່ຽວຊົມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.