ເມຕາ ປະກາດປົດພະນັກງານ 13%

0
170

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ມາກ ຊັກເກີເບີກ ( Mark Zuckerberg ) ຜູ້ບໍລິຫານ ບໍລິສັດເມຕາ ເຊິ່ງເປັນເຈົ້າຂອງເຟສບຸ໊ກ ໄດ້ປະກາດປົດພະນັກງານອອກຈາກບໍລິສັດ ຈຳນວນ 11 ພັນຄົນ ຫຼື ປະມານ 13% ຂອງຈຳນວນພະນັກງານທັງໝົດ ໂດຍໄດ້ແຈ້ງໃຫ້ພະນັກງານຮັບຮູ້ເຖິງຄວາມປ່ຽນແປງຄັ້ງໃຫຍ່ ແຕ່ວັນທີ 9 ພະຈິກ 2022.

May be an image of text

ນອກຈາກນີ້, ຜູ້ບໍລິຫານຂອງເມຕາ ຍັງໄດ້ແຈ້ງວ່າ ບໍລິສັດຈະດຳເນີນມາດຕະການເພີ່ມຕື່ມ ເພື່ອໃຫ້ບໍລິສັດມີຄວາມຄ່ອງຕົວ ແລະ ມີປະສິດທິພາບຂຶ້ນ ດ້ວຍການຫຼຸດຄ່າໃຊ້ຈ່າຍທີ່ຟຸ່ມເຟືອຍລົງ ແລະ ຈະບໍ່ຮັບພະນັກງານໃໝ່ຈົນໝົດໄຕມາດທຳອິດຂອງປີ 2023.

No photo description available.

ທັງນີ້ ບໍລິສັດເມຕາ ມີພະນັກງານທັງໝົດ ປະມານ 78 ພັນຄົນ ຈາກທົ່ວໂລກ ໂດຍການປະກາດເລີກຈ້າງຄັ້ງນີ້ ມີຂຶ້ນໃນທ່າມກາງທີ່ບໍລິສັດເມຕາ ແພຼັດຟອມ ອິ້ງ ເຊິ່ງເປັນບໍລິສັດແມ່ຂອງເຟສບຸ໊ກ ໄດ້ເຕືອນນັກລົງທຶນເມື່ອທ້າຍເດືອນຕຸລາຜ່ານມາວ່າ: ຜົນປະກອບການໃນໄຕມາດສຸດທ້າຍຂອງປີນີ້ ອາດຈະຕ່ຳກວ່າທີ່ຄາດການໄວ້, ຫຼັງຈາກມີຄຳເຕືອນອອກມາ ເຮັດໃຫ້ຫຸ້ນຂອງບໍລິສັດເມຕາ ຫຼຸດລົງເຖິງ 20% ຈົນນັກລົງທຶນກັງວົນກ່ຽວກັບຕົ້ນທຶນ ແລະ ຄ່າໃຊ້ຈ່າຍຂອງບໍລິສັດສູງຂຶ້ນ.

LEAVE A REPLY

Please enter your comment!
Please enter your name here