ຄູ່ຊີງຊະນະເລີດບານເຕະແຫ່ງຊາດ ຊຽງຂວາງ ພົບ ນະຄອນຫຼວງ, ອັດຕະປື-ຫຼວງພະບາງ ນໍ້າຕາຕົກ

568

ທີມບານເຕະຊາຍ ແຂວງຊຽງຂວາງ ໄປຕາມນັດຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ນະຄອນຫຼວງວຽງຈັນ ໃນການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ຫຼັງຈາກທີ່ສາມາດຜ່ານຮອບ 4 ທີມມາໄດ້ສໍາເລັດ ດ້ວຍການເຂ່ຍ ແຂວງອັດຕະປື ແລະ ຫຼວງພະບາງ ຮອງແຊັມເກົ່າ ພົ້ນທາງ.

ເມື່ອວັນທີ 9 ພະຈິກ 2022 ໄດ້ມີການແຂ່ງຂັນຮອບ 4 ທີມແຂ່ງຂັນຍທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ໂດຍຄູ່ທໍາອິດ ແຂວງຊຽງຂວາງ ພົບກັບ ແຂວງອັດຕະປື ແຂ່ງຂັນເວລາ 15:30 ໂມງ ຜ່ານການແຂ່ງຂັນປາກົດວ່າ: ສະເໝີກັນ 1-1 ໂດຍ ຊຽງຂວາງ ໄດ້ປະຕູຈາກຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ສຸລີ ຍັນລະສີ ແລະ ອັດຕະປື ມາຕີສະເໝີ 1-1 ຈາກການຍິງຂອງ ເຫຼັກໂຕຊາ ທອງສະຫວັດ ກ່ອນທີ່ຈະໄປຕັດສິນດ້ວຍການດວນຈຸດເປັນ ຊຽງຂວາງ ທີ່ຄົມກວ່າເອົາຊະນະ 4-3.

ສ່ວນຄູ່ທີ 2 ຂອງຮອບ 4 ທີມສຸດທ້າຍ ຫຼວງພະບາງ ພົບກັບ ນະຄອນຫຼວງວຽງຈັນ ແຂ່ງຂັນເວລາ 18:30 ໂມງ ຜ່ານການແຂ່ງຂັນປາກົດວ່າ: ຈົບເຄິ່ງເວລາທໍາອິດຍັງເຮັດຫຍັງກັນບໍ່ໄດ້ສະເໝີກັນ 0-0 ກ່ອນທີ່ເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນ ລະເບີດຟອມຍິງໄປ 4 ປະຕູລວດຈາກການຍິງຂອງ ສຸກສະຫວັນ ໄຊຍະລິນ, ນ້ອຍ ຫົງມະນີ, ພູມິນ ຄໍາມີວົງ ແລະ ວິໄລ ກຸລັງສີ ເອົາຊະນະ ຫຼວງພະບາງ ໄປຂາດລອຍ 4-0.

ສໍາລັບ ຮອບຊີງຊະນະເລີດ ແຂວງຊຽງຂວາງ ພົບກັບ ນະຄອນຫຼວງວຽງຈັນ ເວລາ 16:00 ໂມງວັນທີ 12 ພະຈິກ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16, ສ່ວນທີມອັນດັບ 3 ຈະບໍ່ມີການຊີງໄຊໃນລາຍການນີ້ ຈະມີພຽງທີ 1 ແລະ ທີ 2 ເທົ່ານັ້ນ ເຊິ່ງເງິນລາງວັນຊະນະເລີດໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 100.000.000 ກີບ ແລະ ອັນດັບ 2 ໄດ້ຮັບເງິນລາງວັນ 50.000.000 ກີບ. ນອກນັ້ນ, ຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
ຂ່າວ: Larh Creators; ຮູບຈາກ: ສຕລ