ກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ການລົດໄຟລາວ ໄດ້ຮັບການຊ່ວຍເຫຼືອລ້າຈາກ ສປ ຈີນ ສຳເລັດແລ້ວ 70%

201

ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ໄດ້ເລີ່ມຈັດຕັ້ງປະຕິບັດກໍ່ສ້າງມາແຕ່ເດືອນກັນຍາ 2021 ເປັນຕົ້ນມາ, ປັດຈຸບັນ ສະພາບການກໍ່ສ້າງທາງດ້ານໂຄງລ່າງພື້ນຖານ ແມ່ນມີຄວາມຄືບໜ້າ ແລະ ສໍາເລັດແລ້ວ 70%.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພາກສະໜາມ ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ສ້າງໂຄງການວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ການລົດໄຟລາວ ທີ່ໄດ້ຮັບຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປ ຈີນ.

ການລົງຕິດຕາມໂຄງການຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນຄັ້ງນີ້ ມີຂຶ້ນເມື່ອທີ 31 ຕຸລາ 2022 ຜ່ານມາ ທີ່ເຂດສະໝາມກິລາແຫ່ງຊາດ (ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຫົວໜ້າຫ້ອງການ ກະຊວງ ສສກ, ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຮ່ວມຕິດຕາມ.

ການລົງເຄື່ອນໄຫວຢ້ຽມຢາມພາກສະໜາມ ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວຄັ້ງນີ້, ເພື່ອເປັນການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ສ້າງໂຄງການ, ຊຶ່ງໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ໄດ້ຮັບຊ່ວຍເຫຼືອລ້າຈາກລັດຖະບານແຫ່ງສາທາລະນະລັດ ປະຊາຊົນ ຈີນ ຫຼື ສປ ຈີນ ພາຍໃຕ້ສົນທິ ສັນຍາຮ່ວມມືດ້ານເສດຖະກິດເຕັກນິກ ເພື່ອສ້າງວິທະຍາ ໄລເຕັກນິກ-ວິຊາຊີບ ການລົດໄຟລາວ ເປັນສະຖານທີ່ຈັດ ຕັ້ງການຮຽນການສອນ, ຈັດຝຶກອົບຮົມໄລຍະສັ້ນ-ໄລຍະຍາວ, ກໍ່ສ້າງນັກວິຊາການ, ນາຍຊ່າງເຕັກນິກດ້ານການລົດ ໄຟ ເພື່ອຕອບສະໜອງແຮງງານໃຫ້ແກ່ການພັດທະນາເສດ ຖະກິດສັງຄົມ ກໍຄື ລະບົບການຂົນສົ່ງທາງລາງຢູ່ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ.

ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ໄດ້ເລີ່ມຈັດຕັ້ງປະຕິບັດກໍ່ສ້າງມາແຕ່ເດືອນກັນຍາ 2021 ເປັນຕົ້ນມາ, ປັດຈຸບັນ ສະພາບການກໍ່ສ້າງທາງດ້ານໂຄງລ່າງພື້ນຖານ ແມ່ນມີຄວາມຄືບໜ້າ ແລະ ສໍາເລັດແລ້ວ 70%, ຄາດໝາຍຈະໃຫ້ສໍາເລັດ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ນໍາໃຊ້ໃນທ້າຍປີ 2023 ທີ່ຈະມາເຖິງນີ້.

ໂດຍ ສົງການ ພັນແພງດີ