ຂໍພຽງດຸ ເຮັດຫຍັງກໍ່ຮຸ່ງໄດ້ປູກຜັກຂາຍຍັງມີເງິນຄືກັບຄອບຄົວນີ້

255

ບໍ່ວ່າກັນແຕ່ລະຄົນມີຄວາມຝັນເປັນຂອງໂຕເອງ ບາງຄົນກໍຢາກເປັນພະນັກງານລັດ ເຮັດວຽກທີ່ມີກຽດມີຍົດ, ບາງຄົນກໍ່ຢາກເປັນພະນັກງານບໍລິສັດຢູ່ຫ້ອງແອແຕ່ງຕົວດີມີຖານະ ບາງກໍ່ຢາກຄ້າຂາຍເປັນວຽກທີ່ຖະໜັດ ແຕ່ມື້ນີ້ເຮົາມາເບິ່ງຄອບຄົວທີ່ປູກຜັກຂາຍ ເພິ່ນເອງຈີງເອົາຈັງກັບສິ່ງທີ່ເຮັດ ໄດ້ເງິນຫຼາຍກວ່າຄົນມີເງິນເດືອນລະ 3-4 ລ້ານກີບອີກ.


ທ່ານ ຄຳຖອຍ ຊາວກະສິກອນປູກຜັກປອດສານເຄມີ ຢູ່ບ້ານວຽງສາ ເມືອງໄຊ ເເຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ທີມງານຂ່າວເຮົາວ່າ: ບ້ານວຽງສາ ໃນເມືອກ່ອນເອີ້ນວ່າບ້ານໂຮມສ້າງ ເພາະມີປະຊາຊົນມາຈາກຫຼາຍບ້ານມາອາໄສຢູ່ຮ່ວມກັນ ຈາກນັ້ນຈຶ່ງໄດ້ປ່ຽນມາເປັນບ້ານ ວຽງສາ ຕາມທີ່ພັກ ລັດໄດ້ກຳນົດໃຫ້, ປະຊາຊົນພາຍໃນບ້ານເມືອກ່ອນແມ່ນ ເຮັດຫຼາຍອາຊີບ ໂດຍສະເພາະແມ່ນ ເຮັດໄຮ່ ເຮັດນາ, ຄ້າຂາຍ,ເຮັດສວນ, ກຳມະກອນກໍ່ສ້າງ ແລະ ອື່ນໆຕາມທ່າແຮງຂອງໃຜລາວ, ແຕ່ອາຊີບທີ່ເດັ່ນກ່ວາໜູ່ ແລະ ສ້າງລາຍຮັບໃຫ້ປະຊາຊົນໄດ້ດີ ແລະ ຍືນຍົງກໍ່ແມ່ນ ການປູກຜັກຂາຍສົ່ງໃຫ້ຕະຫຼາດໃນເທດສະບານແຂວງ ເຫັນວ່າມີລາຍໄດ້ດີພໍສົມຄວນ ສະນັ້ນປະຊາຊົນຈິ່ງ ຫັນຈາກການຖາງປ່າເຮັດໄຮ່ ແລະ ຫັນເອົາເນື້ອທີ່ນາ ມາປູກຜັກກັນເກືອບທຸກຄອບຄົວ ໃນນີ້ຄອບຄົວຂອງຕົນເອງກໍ່ເປັນໜຶ່ງໃນຄອບຄົວທີ່ຫັນມາປູກຜັກຂາຍເປັນລາຍຮັບຫຼັກ.


ສຳລັບຄອບຄົວທ່ານ ຄຳຖອຍ ແມ່ນໄດ້ລົງທຶນເຮັດໂຮງເຮືອນສຳລັບປູກຜັກມາເກືອບສອງປີ ດ້ວຍເງິນທືນ 20 ລ້ານໃນການສ້າງໂຮງເຮືອນ ສ່ວນແຮງງານແມ່ນມີແຕ່ສອງຜົວເມຍ ທີ່ເປັນແຮງງານຫຼັກໃນການເຮັດສວນ ເຖິງຈະພົບກັບຄວາມຫຍຸ້ງຍາກແຕ່ກໍ່ຍັງສູ້ເພື່ອຄວາມຢູ່ລອດຂອງຄອບຄົວ.


ສຳລັບຕະຫຼາດຈຳໜ່າຍແມ່ນໄດ້ນຳເອົາຜັກໄປສົ່ງໃຫ້ແມ່ຄ້າຄົນກາງທີ່ປະຈຳຢູ່ຕະຫຼາດບ້ານຖິ່ນ ຕະຫຼາດໜອງແມງດາ ໃນລາຄາສົ່ງ ແລະ ຕ້ອງໄປສົ່ງຜັກກ່ອນຟ້າຈະແຈ້ງ ຫຼື ເວລາ 3- 4 ໂມງເຊົ້າ ຜັກຕ້ອງຮອດຕະຫຼາດ ຈາກນັ້ນກໍ່ມາສືບຕໍ່ເຮັດສວນ ບາງມື້ແມ່ນບໍ່ໄດພັກຜ່ອນເລີຍ ທັງນີ້ກໍ່ຍ້ອນວ່າແຮງງານມີໜ້ອຍ ວຽກຈິ່ງຫຼາຍ.


ສຳລັບການປູກຜັກນີ້ຂໍ້ສະດວກ ຂໍ້ຫຍຸ້ງຍາກແມ່ນບໍມີຫຼາຍເພາະວ່າດິນສວນແມ່ນຢູ່ໄກ້ກັບບ້ານ ກັບເຮືອນ ໃຊ້ເວລາໄປມາບໍດົນ ການຂົນສົ່ງຜັກກໍ່ສະດວກສະບາຍ ມີຮ່ອງນ້ຳໄຫລຜ່ານ ມີນ້ຳຫົດຜັກບໍຂາດ ແລະ ປະຈຸບັນມີໂຮງເຮືອນສອງຫຼັງ ສາມາດປູກຜັກໄດ້ຕະຫຼອດປີ,
ຈະເຮັດອາຊີບໃດກໍ່ຕາມ ຍ່ອມມີຄວາມຫຍຸ້ງຍາກ ແລະ ອຸປະສັກ ກັນທັງນັ້ນ ຂື້ນຢູ່ທີວ່າ ເຮົາຈະມີຄວາມພະຍາຍາມ ແລະ ອົດທົນພາກພຽນຊ່ຳໃດເພື່ອໃຫ້ຜ່ານຜ່າອຸປະສັກເລົ່ານັ້ນໄປໄດ້ ຈົນກ້າວໄປສູ່ຄອບຄົວທີ່ມີລາຍຮັບທີ່ໝັ້ນຄົງ ມີເຮືອນຢູ່ທີ່ຖາວອນ ມີເງິນຝາກຢູ່ທະນາຄານ ແລະ ແຮ່ໄວ້ເວລາເຈັບເປັນຕື່ມອີກ, ສົມກັບຄຳວ່າ ດຸໝັ່ນ ອົດທົນ ພາຄອບຄົວມີຊີວິການເປັນຢູ່ດີຂື້ນ.
ກວດແກ້:ສຸວັນທອງ ປັນຍາຂັນ