ແຟນນາງງາມຕ້ອນຮັບຢ່າງອົບອຸ່ນ ສາວປ່າເຢັ້ງຊາ ລໍ່ Miss Universe Laos 2022 ເມືອຢາມບ້ານເກີດ

456

ພາຍຫຼັງໄດ້ຮັບຕຳແໜ່ງ Miss Universe Laos 2022 ສາວປ່າເຢັ້ງຊາ ແມ່ນບໍໄດ້ກັບບ້ານເລີຍຕ້ອງເຮັດພາລະກິດໃນກອງ ແລະກຽມຕົວຕ່າງໆກ່ອນຈະເດີນທາງໄປຈັກກະວານໃນຕົ້ນປີ 2023 ແລະມື້ນີ້ 9 ພະຈິກ 2022 ປ່າເຢັ້ງຊາ ພ້ອມດ້ວຍທີມງານໄດ້ຖືໂອກາດເມືອຢາມບ້ານເກີດ ພ້ອມເຮັດກິດຈະກຳຊ່ວຍເຫຼືອສັງຄົມນຳ.

ບັນຍາກາດ Miss Universe Laos 2022 ກັບບ້ານທີ່ແຂວງຊຽງຂວາງ ເຫັນວ່າອົບອຸ່ນໜ້າປະທັບໃຈຫຼາຍ  ມີພໍ່ແມ່ປະຊາຊົນຂອງແຂວງຊຽງຂວາງມາລໍຖ້າຕ້ອນຮັບດ້ວຍຮອຍຍີ້ມ ແລະມິດຕະພາບທີ່ອົບອຸ່ນສຸດໆ.


ດີໃຈແທນພໍ່ແມ່ເດ ຕ້ອນຮັບລູກສາວກັບບ້ານ


ທີມຄະນະ Miss Universe Laos 2022 ຕ້ອງຂໍຂອບໃຈນຳທຸກຄົນຫລາຍໆ ທີ່ມາຮ່ວມຕອນຮັບນ້ອງປ່າເຢັ້ງຊ່າ ລໍ່ ແລະ ສົ່ງກຳລັງໃຈໃຫ້ນ້ອງໃນຄັ້ງນີ້.

ສຳລັບການເດີນທາງໄປຄັ້ງນີ້ຂອງ ນ້ອງປ່າເຢັ້ງຊາ ລໍ່ ແມ່ນຈະໄດ້ມີພິທີບາສີສູ່ຂວັນ ຈັດໂດຍພໍ່ແມ່ຄອບຄົວຂອງນ້ອງເອງ ຫຼັງຈາກນັ້ນຍັງຈະມີອີກຫຼາຍກິດຈະກຳ ເປັນຕົ້ນການຊ່ວຍເຫຼືອສັງຄົມ(ຕາມການເປີດເຜີຍເບື້ອງຕົ້ນຂອງນ້ອງປ່າ ແລະທີມງານ).

ນອກຈາກນີ້ແມ່ນຈະໄດ້ໄປຖ່າຍທຳ ຢູ່ທົ່ງໄຫຫີນ ເພື່ອເປັນການເຜີຍແຜ່ແຫຼ່ງທ່ອງທ່ຽວມໍລະດົກໂລກຂອງລາວອີກດ້ວຍ!