ອັດຕາວ່າງງານໃນຟີລິບປິນ ຫຼຸດລົງສູ່ລະດັບ 5%

12

ສຳນັກຂ່າວຊິນຫົວ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຟີລິບປິນ ເປີດເຜີຍວ່າ ອັດຕາວ່າງງານຂອງຟີລິບປິນ ໃນເດືອນກັນຍາ ຢູ່ລະດັບ 5% ຫຼື 2,5 ລ້ານຄົນ ຫຼຸດລົງຈາກເດືອນສິງຫາ ທີ່ຢູ່ລະດັບ 5,3% ຫຼື ປະມານ 2,68 ລ້ານຄົນ.

ທັງນີ້, ຫຼັງຈາກທີ່ລັດຖະບານຟີລິບປິນ ໄດ້ຜ່ອນຄາຍມາດຕະການຄວບຄຸມໂຄວິດ – 19 ເຮັດໃຫ້ອັດຕາການຈ້າງງານເຕີບໂຕໃນທຸກຂະແໜງການ ໂດຍສະເພາະການບໍລິການ, ອຸດສາຫະກຳ ແລະ ກະສິກຳ.

May be an image of one or more people, people walking, people standing, crowd and outdoors

ໃນຂະນະທີ່ກິດຈະກຳທາງດ້ານເສດຖະກິດ ໄດ້ກັບຄືນມາຄຶກຄື້ນອີກຄັ້ງ ຈຶ່ງເຮັດໃຫ້ຊາວຟີລິບປິນ ເຂົ້າສູ່ຕະຫຼາດແຮງງານເພີ່ມຂຶ້ນ 2,2 ລ້ານຄົນ ສົ່ງຜົນໃຫ້ອັດຕາການມີສ່ວນຮ່ວມຂອງແຮງງານພາຍໃນປະເທດ ເຂົ້າສູ່ຕະຫຼາດແຮງງານເພີ່ມຂຶ້ນເປັນ 65,2% ໃນເດືອນກັນຍາ ຈາກ 63,3% ເມື່ອປີຜ່ານມາ.

May be an image of 1 person, standing, walking, crowd and street

ຖ້າຫາກນັບສະເພາະອັດຕາການຈ້າງງານໃນເດືອນກັນຍາ ເພີ່ມຂຶ້ນເຖິງ 95% ນັບວ່າເປັນອັດຕາສູງທີ່ສຸດ ນັບຕັ້ງແຕ່ເດືອນມັງກອນ 2020. ປັດຈຸບັນ, ຫຼາຍພື້ນທີ່ຂອງຟີລິບປິນ ຢູ່ພາຍໃຕ້ການເຝົ້າລະວັງໂຄວິດ – 19 ລະດັບ 1 ແມ່ນລະດັບຕ່ຳສຸດ ແລະ ເຂັ້ມງວດໜ້ອຍສຸດ ຈາກ 5 ລະດັບ ການເຝົ້າລະວັງ ພະຍາດດັ່ງກ່າວນີ້.