ຈັດໂຄງການແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 4 ຊຸກຍູ້ ທຸລະກິດກະສິກຳ ແລະ ປຸງແຕ່ງອາຫານ

82

ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການດຳເນີນທຸລະກິດກະສິກຳ ແລະ ການລົງທຶນ ໃນຂະແໜງການປຸງແຕ່ງອາຫານ ຢູ່ໃນບັນດາປະເທດສະມາຊິກລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LMC) ເຊັ່ນ: ກຳປູເຈຍ; ສປ ຈີນ; ສປປ ລາວ; ມຽນມາ; ໄທ ແລະ ຫວຽດນາມ.

ໃນວັນທີ 9 ພະຈິກ 2022 ໂດຍການສະໜັບສະໜູນຈາກກອງທຶນສົມທົບການຮ່ວມມືກັນລະຫວ່າງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນ, ສະຖາບັນແມ່ນ້ຳຂອງ (MI) ແລະ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ (MOIC), ໃນການປະສານງານກັບ ກະຊວງ ການຄ້າ ແຫ່ງ ຣາຊະອານາຈັກໄທ (MOC). ໄດ້ຈັດຕັ້ງເວທີປາໄສ ໂຄງການແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 4 (LMBF) ເພື່ອຊຸກຍູ້ການດຳເນີນທຸລະກິດກະສິກຳ ແລະ ການລົງທຶນ ໃນຂະແໜງປຸງແຕ່ງອາຫານ ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສຸຣິຍັນ ວິຈິດລິການ ຜູ້ອຳນວຍການ ສະຖາບັນແມ່ຂອງ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທີ່ຫ້ອງປະຊຸມ ແລະ ຜ່ານລະບົບທາງໄກ.


ພາຍໃນງານດັ່ງກ່າວ, ປະກອບມີ ການສຳມະນາທາງທຸລະກິດ, ການຈັບຄູ່ທຸລະກິດ, ງານວາງສະແດງສິນຄ້າ ແລະ ທັດສະນະສຶກສາ ເພື່ອໄປຢ້ຽມຢາມເຂດເສດຖະກິດພິເສດບໍ່ເຕນ, ເພື່ອເປັນເວທີແລກປ່ຽນຂໍ້ມູນຂ່າວສານທາງດ້ານທູລະກິດ ແລະ ເປັນການເປີດໂອກາດທາງດ້ານການຕະຫຼາດ ພ້ອມທັງສະເໜີຄວາມເຂົ້າໃຈກ່ຽວກັບທ່າອ່ຽງໃໝ່ໃນຂະແໜງປຸງແຕ່ງອາຫານ. ໃນຫົວຂໍ້: “ການດຳເນີນທຸລະກິດກະສິກຳ ແລະ ການລົງທຶນ ໃນຂະແໜງປຸງແຕ່ງອາຫານ.


ທ່ານ ສຸຣິຍັນ ວິຈິດລິການ, ຜູ້ອຳນວຍການ ສະຖາບັນແມ່ຂອງໄດ້ກ່າວໃນກອງປະຊຸມວ່າ: “ການເຕົ້າໂຮມກັນໃນມື້ນີ້, ແມ່ນມາເຖິງເວລາອັນສົມຄວນ ເນື່ອງຈາກພາກພື້ນເສດຖະກິດຂອງພວກເຮົາກຳລັງສ້າງຄືນໃໝ່ ຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການຮັບມືກັບວິກິດທາງດ້ານສະບຽງອາຫານ. ເປັນທີ່ຮູ້ກັນວ່າ ເສດຖະກິດຂອງບັນດາປະເທດສະມາຊິກໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LMC) ເຊັ່ນ: ກຳປູເຈຍ; ສປ ຈີນ; ສປປ ລາວ; ມຽນມາ; ໄທ ແລະ ຫວຽດນາມ. ລ້ວນແຕ່ມີຄວາມເພິ່ງພໍໃຈຕໍ່ດ້ານກະສິກຳ.

ໃນ ສປປ ລາວ, ຂະແໜງກະສິກຳແມ່ນໄດ້ກວມເອົາ 14% ຂອງລວມຍອດຜະລິດຕະພັນພາຍໃນ ແລະມີແຮງງານຫຼາຍກວ່າ 60%”ຢູ່ໃນຂະແໜງນີ້. ເຊິ່ງການປັບປຸງສະພາບຜະລິດຕະພັນ ແລະ ການສົ່ງເສີມການລົງທຶນ ຈະສາມາດສ້າງລາຍໄດ້ໃຫ້ຂະແໜງການ ແລະ ການແຂ່ງຂັນ. ສະຖາບັນແມ່ຂອງ ມີຄວາມຍິນດີທີ່ໄດ້ຮ່ວມມືກັບບັນດາຄູ່ຮ່ວມມືຕ່າງໆ ເພື່ອສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ແລະ ການເຊື່ອມໂຍງໃຫ້ກວ້າງຂວາງກວ່າເກົ່າ ໃນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະ ສະໜັບສະໜູນຊີວິດການເປັນຢູ່ຂອງປະຊາຊົນໃນ ສປປ ລາວ ແລະ ບັນດາປະເທດສະມາຊິກໂຄງການ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.


ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ກ່າວເປີດກອງປະຊຸມວ່າ: ລັດຖະບານ ແຫ່ງ ສປປ ລາວ ຮັບຮູ້ວ່າ ດ້ານກະສິກຳ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງເສດຖະກິດ ແລະ ເປັນຕົວຊີ້ວັດສຳຄັນ ໃນການຫຼຸດຜ່ອນຄວາມທຸກຍາກ. ຕໍ່ກັບບັນຫາດັ່ງກ່າວ, ລັດຖະບານໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 08 (2016-2020) (NSEDP8) ແລະ ແຜນຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030. ທັງສອງຝ່າຍໄດ້ເອົາໃຈໃສ່ເຖິງການຊຸກຍູ້ທາງດ້ານການຄ້າສາກົນ ໃນບັນດາຜະລິດຕະພັນກະສິກຳທີ່ບໍ່ແມ່ນປະເພດເຂົ້າ, ພ້ອມທັງປັບປຸງ ແລະ ຮັບປະກັນຄຸນນະພາບດ້ານສະບຽງອາຫານ ທັງການບໍລິໂພກ ແລະ ການສົ່ງອອກຂອງປະເທດ ແລະ ການຄອບຄອງທີ່ດິນທີ່ຖືກກົດໝາຍ.

ເຊິ່ງໜ້າທີ່ສຳຄັນຂອງກະຊວງອຸດສາຫະກຳ ແລະການຄ້າແມ່ນການເພີ່ມທະວີກາລະໂອກາດທາງທຸລະກິດດ້ານກະສິກຳປຸງແຕ່ງອາຫານ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ. ເຊື່ອວ່າ ໂຄງການນີ້ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກະສິກຳຂອງປະເທດລາວ ໂດຍການເປີດໂອກາດເຂົ້າສູ່ຕະຫຼາດໃໝ່ ແລະ ເປັນການກະຕຸ້ນໃຫ້ມີແນວຄິດ ແລະ ນະວັດຕະກຳໃໝ່ ພ້ອມຈະສາມາດເປັນທ່າແຮງ, ເປັນຊ່ອງທາງ ແລະ ມີຄວາມຕ້ອງການຫຼາຍ ສຳລັບຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ, ປອດໄພ ແລະ ນະວັດຕະກຳໃໝ່ ຂອງລາວ.


ທ່ານ ມັດເດີເຈຍ ຄູມາ ດັດຕາ, ຫົວໜ້າກົມ ອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ຂອງສະຖາບັນແມ່ຂອງ  ໄດ້ກ່າວວ່າ: “ເວທີກອງປະຊຸມທຸລະກິດໃນຄັ້ງນີ້ ເປັນເວທີທີ່ສຳຄັນສຳລັບການແລກປ່ຽນ ດ້ານນະວັດຕະກຳໃໝ່ໆ, ເປັນການຝຶກຝົນທີ່ດີ, ເປັນສິ່ງທີ່ທ້າທາຍ ແລະ ກາລະໂອກາດ ທາງດ້ານອຸດສາຫະກຳປຸງແຕ່ງກະສິກຳ. ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະສາມາດກຳນົດຄູ່ຮ່ວມງານທາງທຸລະກິດທີ່ເປັນທ່າແຮງ ແລະ ໄດ້ຮັບການພັດທະນາທາງດ້ານເຕັກໂນໂລຊີ ແລະ ຜະລິດຕະພັນນະວັດຕະກຳໃໝ່ໆ ເພື່ອປັບປຸງຜົນຜະລິດ, ສາມາດແຂ່ງຂັນ ແລະ ສ້າງເຄືອຂ່າຍທາງທຸລະກິດ ທັງພາຍໃນ ສປປ ລາວ ແລະ ບັນດາປະເທດສະມາຊິກ ໂຄງການແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ເປົ້າໝາຍສຸດທ້າຍນີ້, ກໍເພື່ອເປັນການຊຸກຍູ້ການຫັນປ່ຽນໄປສູ່ອະນາຄົດທີ່ໝັ້ນຄົງຂອງການປຸງແຕ່ງອາຫານ ຕະຫຼອດຮອດບັນດາປະເທດສະມາຊິກ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ເປັນພື້ນຖານສູ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບພາກພື້ນ.