ເລີ່ມໂຄງການບັນທຶກຄວາມຮັກແພງ ຕາມເສັ້ນທາງລົດໄຟ ລາວ-ຈີນ

139

ເພື່ອເສີມຂະຫຍາຍໝາກຜົນຄວາມສຳເລັດຂອງພັກ-ລັດ 2 ປະເທດ ລາວ-ຈີນ ຈີນ-ລາວ ກໍຄືຄູ່ຮ່ວມຊາຕາກຳອັນດຽວກັນ, ເນື່ອງໃນໂອກາດທີ່ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 1 ປີທີ່ຈະມາເຖິງ, ວິທະຍຸໂທລະພາບສູນກາງຈີນ FM93 ແລະ ສະມາຄົມນັກປະພັນລາວ ໄດ້ຈັດໂຄງການ “ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ” ຈະນຳນັກຂຽນ, ນັກປະພັນ, ຊ່າງພາບ, ນັກແຕ້ມ, ນັກຂ່າວ ລວມ 30 ຄົນເດີນທາງດ້ວຍລົດໄຟລາວ-ຈີນ ເພື່ອເອົາປະສົບການກ່ຽວກັບການປ່ຽນແປງດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ອາໄສຕາມເສັ້ນທາງລົດໄຟສາຍນີ້ ແລ້ວປະດິດແຕ່ງຜົນງານທີ່ກ່ຽວຂ້ອງປະກາດຜ່ານສື່ຊ່ອງທາງຕ່າງໆ.

ດັ່ງນັ້ນ, ໃນວັນທີ 8 ພະຈິກ 2022 ນີ້ ວິທະຍຸໂທລະພາບສູນກາງຈີນ FM93 ແລະ ສະມາຄົມນັກປະພັນລາວ ໄດ້ຈັດພິທີຖະແຫຼງຂ່າວ ເລີ່ມໂຄງການດັ່ງກ່າວຂຶ້ນທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ບົວເງິນ ຊາພູວົງ ປະທານສະມາຄົມສິລະປິນແຫ່ງຊາດລາວ, ຄະນະກຳມະການສະມາຄົມມິດຕະພາບລາວ-ຈີນ ແລະ ບັນດານັກຂີດຂຽນຜູ້ທີ່ຈະເດີນທາງໄປ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ກ່າວວ່າ: ໃນເວລາ 10 ກວ່າວັນຕໍ່ໜ້ານີ້, ນັກປະພັນ, ນັກກະວີ, ນັກຖ່າຍພາບ, ນັກແຕ້ມ ແລະ ນັກຂ່າວລາວ ລວມປະມານ 30 ທ່ານ ຈະເດີນທາງໂດຍລົດໄຟລາວ-ຈີນ ເພື່ອເອົາປະສົບການກ່ຽວກັບການປ່ຽນແປງດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ອາໄສຕາມເສັ້ນທາງລົດໄຟສາຍນີ້ ແລ້ວປະດິດແຕ່ງຜົນງານທີ່ກ່ຽວຂ້ອງ ປະກາດຜ່ານທາງໜ້າເພດເຟບຸກຂອງວິທະຍຸໂທລະພາບສູນກາງຈີນ FM93 ຄື: cri-fm93 ແລະ ໜ້າແວັບໄຊພາສາລາວ: laos@cri.cn ກໍຄືສື່ຕ່າງໆຂອງຝ່າຍລາວ. ນອກນີ້ ຜົນງານດີເດັ່ນຂອງບັນດາທ່ານຍັງຈະຮັບການຄັດເລືອກ ແລະຮຽບຮຽງໃຫ້ເປັນປື້ມ ເພື່ອພິມຈຳໜ່າຍໃນເດືອນເມສາປີໜ້າ ເພື່ອເປັນການສະເຫຼີມສະຫຼອງການສະເໜີຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຄົບຮອບ 10 ປີ.

ທ່ານ ບົວເງິນ ຊາພູວົງ ປະທານສະມາຄົມສິລະປິນແຫ່ງຊາດລາວ, ຄະນະກຳມະການສະມາຄົມມິດຕະພາບລາວ-ຈີນ,ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວໄດ້ກ່າວວ່າ: ນັບວ່າເປັນໂຄງການທຳອິດຂອງນັກປະພັນລາວເຮົາທີ່ຈະໄດ້ຝົນປາຍປາກກາພັນລະນາໃຫ້ເຫັນເຖິງຜົນປະໂຫຍດທີ່ຊາດແລະປະຊາຊົນລາວ,ນັບທັງປະຊາຊາດໃນອາຊຽນແລະໃນໂລກໄດ້ຮັບຜົນປະໂຫຍດໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ຢ່າງສະດວກສະບາຍ. ໃນປະຫວັດສາດລາວຕະຫຼອດໄລຍະຜ່ານມາຍັງບໍ່ເຄີຍມີທາງລົດໄຟທີ່ສວຍງາມສະດວກສະບາຍຄືແນວນີ້,ອັນນີ້ແມ່ນສະແດງເຖິງຜົນງານຂອງພັກແລະລັດຖະບານລາວກໍຄືລະບອບໃໝ່ຂອງພວກເຮົາທີ່ຍາມໃດກໍຍຶດໝັ້ນຕໍ່ພັກ,ລັດຖະບານແລະປະຊາຊົນຈີນແມ່ນເພື່ອນມິດຍຸດທະສາດທີ່ໝັ້ນຄົງຍາວນານ,ລາວ-ຈີນກາຍເປັນຄູ່ຮວ່ມຊາຕາກຳອັນດຽວກັນຕະຫຼອດໄປ.

ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ກ່າວວ່າ: ໃນຕະຫຼອດໄລຍະຂອງການເດີນທາງທາງລົດໄຟທີ່ຍາວໄກເຕັມໄປດ້ວຍບັນຍາ ກາດທີ່ຕື່ນເຕັ້ນ ຄຶກຄື້ນ ຟົດຟື້ນ ແລະ ມ່ວນຊື່ນໃນຄັ້ງນີ້ ບັນດານັກປະພັນນັກກະວີທັງໝົດ ຈະໄດ້ສໍາຜັດກັບເຫດການຕົວຈິງຜ່ານ 5 ແຂວງທີ່ແລວທາງລົດໄຟ ລາວ-ຈີນ ຜ່ານມາເປັນຕົ້ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ, ສໍາພາດ ແລະ ເກັບກໍາຂໍ້ມູນຕາມສະຖານນີຕ່າງໆ ຢູ່ແຕ່ລະແຂວງ ເພື່ອນໍາມາຂຽນເປັນບົດປະພັນວັນນະຄະດີ: ກະວີ, ບົດບັນທຶກ ແລະ ບົດເລື່ອງສັ້ນ. ພວກເຮົາຄາດຄະເນໄວ້ວ່າ ຜ່ານການເຄື່ອນໄຫວໂຄງການໃນຄັ້ງນີ້ ຈະໄດ້ບົດເລື່ອງທັງໝົດ 15-20 ບົດ ຊຶ່ງທັງໝົດນີ້ ທາງສະຖານີວິທະຍຸໂທລະພາບສູນກາງຈີນປະຈໍາລາວ ຜູ້ເປັນເຈົ້າຂອງໂຄງການຈະໄດ້ທໍາການຮິບໂຮມ ແລະ ຈັດພິມເປັນປຶ້ມ ເພື່ອໂຄສະນາເຜີຍແຜ່ຕໍ່ໄປ.

ທ່ານ ທອງເດີນ ຄຳມະນີ ຮອງຜູ້ອຳນວຍການບໍລິສັດລົດໄຟລາວ-ຈີນ ກ່າວວ່າ: ເກືອບ 1 ປີຜ່ານມາ, ເສັ້ນທາງລົດໄຟ ຈີນ-ລາວ ໄດ້ເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງເຂົ້າໃນການອອກເດີນທາງຂອງປະຊາຊົນ, ການສ້າງຄວາມສະດວກໃຫ້ແກ່ເສດຖະກິດການຄ້າແລະດ້ານອື່ນໆ. ນັບມາຮອດປັດຈຸບັນ, ຕອນທາງຄຸນໝິງ-ວຽງຈັນຂອງເສັ້ນທາງລົດໄຟ ຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 7,5 ລ້ານເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 9,86 ລ້ານໂຕນ, ປະເພດສິນຄ້າໄດ້ເພີ່ມຈາກ 100 ກວ່າປະເພດໃນເບື້ອງຕົ້ນ ເປັນຕົ້ນຝຸ່ນເຄມີ ແລະ ສິນຄ້າຕ່າງໆຂຶ້ນເປັນຫຼາຍກວ່າ 1.200 ປະເພດ ເປັນຕົ້ນເຄື່ອງເອເລັກໂຕຣນິກ, ເຄື່ອງຜະລິດໄຟຟ້າດ້ວຍພະລັງງານແສງອາທິດ ແລະ ໝາກໄມ້ແຊ່ເຢັນ. ນອກນີ້, ເສັ້ນທາງລົດໄຟ ຈີນ-ລາວ ຍັງໄດ້ຄົ້ນຄວ້າ ແລະ ບັນລຸຮູບແບບໃໝ່ແຫ່ງການຂົນສົ່ງສາກົນດ້ວຍເສັ້ນທາງລົດໄຟ ເຊັ່ນ: “ຂະບວນລົດໄຟດ່ວນຂົນສົ່ງສິນຄ້າ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ+ການຄ້າເອເລັກໂຕຣນິກຂ້າມຊາດ”, “ເສັ້ນທາງລົດໄຟຈີນ-ລາວ+ຂະບວນລົດໄຟດ່ວນ ຈີນ-ເອີຣົບ” ແລະ ອື່ນໆ, ເພີ່ມທະວີປະສິດທິຜົນການເປີດກວ້າງຜົນປະໂຫຍດແລະຄວາມສາມາດດ້ານການຂົນສົ່ງສິນຄ້າຂ້າມຊາດ.

ນາງ ແສງແກ້ວ ຫົວໜ້າ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ກ່າວບາງຕອນ ວ່າ: ຍັງອີກບໍ່ຮອດໜຶ່ງເດືອນ, ກໍຈະເປັນການຄົບຮອບໜຶ່ງປີແຫ່ງການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ. ດັ່ງນັ້ນສະຖານີວິທະຍຸໂທລະພາບສູນກາງຈີນປະຈຳລາວ ຮ່ວມມືກັບສະມາຄົມນັກປະພັນລາວ ຈັດໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນນີ້ ກໍແມ່ນຫວັງຢາກຜ່ານໂຄງການເຮົາ ເຮັດໃຫ້ຄົນຮູ້ຈັກເສັ້ນທາງນີ້ຫຼາຍຂຶ້ນ, ໃຫ້ຄົນທັງຫຼາຍສາມາດໄດ້ເຫັນທິວທັດທີ່ສວຍງາມ ແລະໄດ້ຮູ້ເລື່ອງລາວທີ່ກະຕຸ້ນໃຈຢູ່ຕາມເສັ້ນທາງລົດໄຟສາຍນີ້, ເຮັດໃຫ້ຄົນຈີນ ຄົນລາວ ກໍຄື ປະຊາຊົນໃນທົ່ວໂລກ ໄດ້ມາຂີ່ລົດໄຟສາຍນີ້ ມາສໍາຜັດຕົວຈິງ ແລະເກີດມີຄວາມມັກຮັກຕໍ່ເສັ້ນທາງລົດໄຟສາຍນີ້.

ວິທະຍຸສາກົນແຫ່ງປະເທດຈີນ(CRI)ໃນເມື່ອກ່ອນ, ກໍຄືສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ໃນປັດຈຸບັນແມ່ນພາກສວ່ນໜຶ່ງຂອງຂົວຕໍ່ສາຍສຳພັນ ລາວ-ຈີນ ໃຫ້ສືບຕໍ່ໝັ້ນໜຽວທົນທານຕະຫຼອດໄປ, ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ ກໍແມ່ນໂຄງການໜຶ່ງຂອງຫຼາຍໆໂຄງການ ທີ່ສະຖານີວິທະຍຸໂທລະພາບສູນກາງຈີນໄດ້ຮວ່ມກັນຈັດຂື້ນຢູ່ສປປລາວ ແນໃສ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອອັນດີງາມຂອງສອງປະເທດໃຫ້ຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ.