ເລື່ອງຫຸ່ນຕ້ອງຍົກໃຫ້ຜູ້ນີ້ ເເສງປະເສີດ ໄຊຍະສິງ” ຫລື ເເຂກ MGL05

100

ບອກໄດ້ເລີຍວ່າທັອບ 12 ໃນເວທີ Mister Global Laos 2022 ປີ້ນີ້ມີໜຸ່ມໆຫຼາກຫຼາຍສະຕາຍຄົນລະແບບ ແຕ່ຖ້າເວົ້າເລື່ອງຫຸ່ນແຖມກະລັນຕີດ້ວຍຄຳວ່າ ຄູຝຶກສອນກີລາ ຫຼື ວ່າເທຣນເນີປະຈໍາຟິດເນັດ ແມ່ນຕ້ອງໃຫ້ຄົນນີ້ເລີຍ ເເສງປະເສີດ ໄຊຍະສິງ” ຫລື ເເຂກ MGL05 ແລະ ຫຼາຍຄົນດັນໃຫ້ເຂົ້າຮອບເລິກໆສຳລັບໜຸ່ມຄົນນີ້.

.

ໂດຍໜຸ່ມແຂກເເມ່ນສົນໃຈການຮັກສາສຸຂະພາບການອອກກຳລັງກາຍມັກ ເເລະ ຮັກເເຮງ ຄິດວ່າຕໍ່ໄປຢາກເປັນນາຍເເບບເພາະເປັນຄວາມມັກສ່ວນຕົວເເຕ່ນ້ອຍ ເນື່ອງຈາກມັກຮຽນໃນສາຂາທີ່ຕົວເອງມັກຄືໄດ້ຈົບການກີລາຮັບໃບປະກາດ personal trainer. ແຕ່ກວ່າຈະມີມື້ນີ້ນັ້ນ ທຸກຄົນກໍ່ຍ່ອມມີຈຸດເລີ່ມຕົ້ນ ໂດຍໜຸ່ມແຂກບອກວ່າ: ເມື່ອກ່ອນເປັນຄົນອ່ອນເເອ ບໍ່ກ້າທີ່ຈະປ່ຽນໂຕເອງກໍເລີຍລອງຫັດເຂົ້າຟິດເນັດໄປໄປມາມາກໍເລີຍຕັດສິນໃຈເຮັດວຽກນີ້ເລີຍເພາະຢາກສົ່ງຕໍ່ຄວາມຮູ້ ເເລະ ປະສົບການທີ່ໂຕເອງເຄີຍເຮັດຜ່ານມາໃຫ້ຄົນທີ່ສົນໃຈ

.

ເລື່ອງບຸກຄະລິກກະພາບຕ້ອງຍອມເພິ່ນໃດທຸກຄົນ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມເປັນສຸພາບບຸລຸດຄວາມເເຂງເເຮງ ແຕ່ມີຮອຍຍິ້ມເປັນເອກກະລັກເປັນໂຕຂອງໂຕເອງທີ່ຈະສື່ສານອອກໄປໃຫ້ຫຼາຍຄົນໄດ້ເຫັນວ່າ ເຖິງຈະຫຸ່ນລ້ຳ, ໃຫຍ່ກຶດ ແຕ່ວ່າຈິດໃຈດີ ເຂົ້າຫາງ່າຍບໍ່ຍິ່ງອີກ. ແຖມຜ່ານມາຍັງເຄີຍຖ່າຍເອັມວີເພງ ເເລະ ມີຖ່າຍເເບບບາງຄັ້ງເເຕ່ຍັງເຮັດໄດ້ບໍ່ດີພໍເຈົ້າ ຖ້າມີໂອກາດແມ່ນຢາກເຮັດອີກຄັ້ງ ເພາະກໍເປັນສິ່ງທີ່ທ້າທ້າຍ ແລະ ເປັນສິ່ງທີ່ຕົນເອງສົນໃຈຄືກັນ.

.

ໜຸ່ມແຂກບອກວ່າຖ້າຕົນເອງຊະນະໃນການປະກວດຄັ້ງນີ້ ແມ່ນຢາກຈະເປັນເເຮງຊຸກຍູ້ໃຫ້ໄວໜຸ່ມຊາວໜຸ່ມລາວຫັນມາສົນໃນເລື່ອງການຮັກສາສຸຂະພາບການອອກກຳລັງກາຍ ເເລະ ຢາກເປັນຕົ້ນເເບບໃຫ້ຄົນທີ່ຢາກປ່ຽນເເປງຕົນເອງກ້າທີ່ຈະສະເເດງອອກ ແລະ ເພິ່ນຍັງບອກເຄັດລັບມາພ້ອມເດີ ທຸກຄົນຄື: ເຄັດລັບເເມ່ນອອກກຳລັງກາຍ 2-3 ມື້ຕໍ່ອາທິດກິນອາຫານມີປະໂຫຍດ ບໍ່ນອນເດິກ ພັກຜ່ອນໃຫ້ເປັນເວລາ ກິນນ້ຳຫລາຍໆມີທັດສະນະຄະຕິຄິດເເງ່ບວກມັກໄປທຽ່ວທຳມະຊາດ ທຳມະຊາດບໍາບັດ