ລາວ-ຈີນ ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນສ້າງເວທີການຮ່ວມມືດ້ານເສດຖະກິດ-ການຄ້າລະດັບສູງ

176

ວັນທີ 6 ພະຈິກ 2022, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ອົງການປົກຄອງປະຊາຊົນເຂດຢາງພູ, ນະຄອນຊຽງໄຮ້, ສປ ຈີນ ໄດ້ຈັດພິທີລົງນາມ “ບົດບັນທຶກຄວາມເຂົ້າໃຈຮ່ວມກັນສ້າງເວທີການຮ່ວມມືດ້ານເສດຖະກິດ-ການຄ້າລະດັບສູງ” ຢູ່ຫໍວາງສະແດງນໍາເຂົ້າສາກົນແຫ່ງຊາດຈີນ ເປັນສັກຂີພິຍານໂດຍ ທ່ານ ມິຖຸນາ ລັດຊະຈັນ, ຮອງກົງສຸນ ສປປ ລາວ ປະຈໍາ ນະຄອນຊຽງໄຮ້, ສປ ຈີນ ຕາງໜ້າທ່ານກົງສຸນໃຫຍ່ ປະຈໍາ ຊຽງໄຮ້, ທ່ານ ຊຸຍ ກົວອູ ຮອງປະທານສະພາການຄ້າຈີນປະຈໍາ ສປປ ລາວ, ທ່ານ ຊວນ ຂັນ ເຈົ້າເມືອງເຂດຢາງພູ ນະຄອນຊຽງໄຮ້, ທ່ານ ໂລ ຈີສົງ, ທີ່ປຶກສາດ້ານເສດຖະກິດຂອງພະແນກການຄ້າ ນະຄອນຊຽງໄຮ້ ເຂົ້າຮ່ວມເປັນສັກຂີພະຍານ ແລະ ມີ ທ່ານ ນາງ ເຊ່ ຟ່າງ, ຮອງເຈົ້າເມືອງເຂດຢາງພູ ນະຄອນຊຽງໄຮ້ ສປ ຈີນ ແລະ ທ່ານ ຂວັນໃຈ ອ່ຽນສຸທິ, ທີ່ປຶກສາທູດເສດຖະກິດ-ການຄ້າລາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືຢ່າງເປັນທາງການໃນນາມຂອງສອງຝ່າຍ.

ພາຍຫຼັງການລົງນາມໃນການຮ່ວມມືດັ່ງກ່າວ, ສອງຝ່າຍຈະລົງເລິກການຮ່ວມມື ແລະ ເປີດກວ້າງການຜົນປະໂຍຫດຂອງງານວາງສະແດງສິນຄ້ານໍາເຂົ້າສາກົນ ແຫ່ງ ຊາດຈີນ, ຊຸກຍູ້ສົ່ງເສີມຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຂອງລາວ ໄດ້ເຂົ້າສູ່ເມືອງຢາງພູໃຫ້ຫຼາຍກວ່າເກົ່າ, ຕອບສະໜອງຄວາມຕ້ອງການອັນຫຼາກຫຼາຍຂອງພົນລະເມືອງຢາງພູ ເພື່ອຊີວິດການເປັນຢູ່ມີຄຸນນະພາບສູງ, ກາຍເປັນສູນກະແຈກະຈາຍຜະລິດຕະພັນກະສິກໍາ ສປປ ລາວ ແລະ ຜະລິດຕະພັນອື່ນໆຢູ່ເຂດທົ່ງພຽງແມ່ນ້ຳຢາງເຊ.