ພື້ນທີ່ປູກເຫັດ ແຂວງເຈີ້ຈຽງ ຂອງຈີນ ຮັບຮອງເປັນມໍລະດົກກະສິກຳໂລກ

15

ສຳນັກຂ່າວຊິນຫົວລາຍງານໃນວັນທີ 7 ພະຈິກ 2022 ວ່າ: ພື້ນທີ່ປູກເຫັດຢູ່ເມືອງຊິງຢວນ ແຂວງເຈີ້ຈຽງຂອງຈີນ ໄດ້ຮັບການຮັບຮອງໃຫ້ເປັນພື້ນທີ່ລະບົບການກະເສດສຳຄັນລະດັບໂລກຢ່າງເປັນທາງການ ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ( FAO ).

May be an image of food

ທັງນີ້, ການເພາະປູກເຫັດໃນປ່າ ລວມທັງການລ້ຽງສັດໃນເຂດດັ່ງກ່າວ ເປັນລະບົບກະສິກຳໃນເຂດພູສູງຊັນ ເຊິ່ງໄດ້ເນັ້ນໄປທີ່ການຈັດການປ່າໄມ້ ແລະ ພັດທະນາອຸດສາຫະກຳເຫັດ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດໝູນວຽນ ໂດຍລະບົບດັ່ງກ່າວຈັດໃຫ້ເປັນຕົວຢ່າງການອະນຸຮັກປ່າໄມ້, ການຈັດການພືດພັນ ແລະ ການປູກເຫັດໃນພື້ນທີ່ພູເຂົາສູງຊັນ.

May be an image of food