ເສດຖະກິດອາຊຽນ ກຳລັງຟື້ນຕົວທ່າມກາງເສດຖະກິດໂລກຊຸດໂຊມ

23

ວາລະສານ Eurasia Review ຂອງສະຫະລັດອາເມຣິກາ ລາຍງານວ່າ: ໃນຂະນະທີ່ຢູ່ຫຼາຍປະເທດກຳລັງປະເຊີນກັບສະພາວະເສດຖະກິດຂາລົງ ແຕ່ເສດຖະກິດຂອງບັນດາປະເທດອາຊຽນ ກຳລັງມີທ່າອ່ຽງຟື້ນຕົວຢ່າງເຂັ້ມແຂງ.

May be an image of 2 people and people standing

ທັງນີ້, ທະນາຄານໂລກ ( WB ) ຄາດຄະເນວ່າ: ຍອດຜະລິດຕະພັນພາຍໃນ ( GDP ) ຂອງ ສສ ຫວຽດນາມ, ຟີລິບປິນ ແລະ ມາເລເຊຍ ຈະເພີ່ມຂຶ້ນ 6% ໃນປີນີ້, ໃນຂະນະທີ່ການເຕີບໂຕຂອງ ອິນໂດເນເຊຍ ແລະ ກຳປູເຈຍ ຄາດວ່າເພີ່ມຂຶ້ນ 5%, ສິງກະໂປ, ໄທ, ສປປ ລາວ ແລະ ມຽນມາ ຈະຢູ່ໃນລະດັບ 3%.

May be an image of 5 people and people standing

ສຳລັບການຄ້າ ແລະ ການລົງທຶນພາຍໃນກຸ່ມປະເທດອາຊຽນ ໄດ້ເພີ່ມຂຶ້ນຢ່າງແຂງແຮງ, ສິ່ງເຫຼົ່ານີ້ແມ່ນປັດໄຈຕົ້ນຕໍ ເພື່ອສາມາດປົກປ້ອງອາຊຽນໄດ້ໃນລະດັບໜຶ່ງ ທ່າມກາງເສດຖະກິດໂລກກຳລັງຊຸດໂຊມລົງ, ນັກວິເຄາະດ້ານເສດຖະກິດ ສ່ວນຫຼາຍລ້ວນແຕ່ເຊື່ອໝັ້ນວ່າເສດຖະກິດອາຊຽນ ຍັງສືບຕໍ່ຂະຫຍາຍຕົວຢ່າງເຂັ້ມແຂງໃນປີໜ້າ.