ຊຽງຂວາງ ພົບ ອັດຕະປື, ຫຼວງພະບາງ ວັດຄົມ ນະຄອນຫຼວງ ຮອບ 4 ທີມບານເຕະແຫ່ງຊາດ 2022

1057

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໄດ້ມາແລ້ວ 4 ທີມສຸດທ້າຍ ຫຼັງຈາກທີ່ຮອບ 8 ທີມໄດ້ສໍາເລັດການແຂ່ງຂັນໄປໃນວັນທີ 6 ພະຈິກ 2022 ເຊິ່ງທີມທີ່ໄປຕໍ່ປະກອບມີ ຊຽງຂວາງ, ອັດຕະປື, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ຈະໄປວັດກັນຕໍ່ໃນວັນທີ 9 ພະຈິກ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ເມື່ອວັນທີ 6 ພະຈິກ 2022 ເປັນການແຂ່ງຂັນຮອບ 8 ທີມສຸດທ້າຍປາກົດວ່າ: ແຂວງຊຽງຂວາງ ເອົາຊະນະ ສະຫວັນນະເຂດາ 2-0, ອັດຕະປື ບຽດຊະນະ ຄໍາມ່ວນ 2-1, ຫຼວງພະບາງ ຊະນະ ບໍ່ແກ້ວ 4-2 ແລະ ນະຄອນຫຼວງວຽງຈັນ ເອົາຊະນະ ໄຊສົມບູນ 3-0.
ໄຮໄລທ໌ການແຂ່ງຂັນ

ຈາກຜົນດັ່ງກ່າວ ເຮັດໃຫ້ ແຂວງຊຽງຂວາງ ຜ່ານເຂົ້າຮອບ 4 ທີມສຸດທ້າຍໄປພົບກັບ ແຂວງອັດຕະປື ແຂ່ງຂັນເວລາ 15:30 ໂມງ, ສ່ວນ ຫຼວງພະບາງ ຜ່ານເຂົ້າໄປພົບກັບ ນະຄອນຫຼວງວຽງຈັນ ແຂ່ງຂັນເວລາ 18:30 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທັງ 2 ຄູ່.

ສໍາລັບ 4 ທີມທີ່ຜ່ານເຂົ້າຮອບມາໄດ້ເປັນທີມເກົ່າ 2 ທີມ ແລະ ທີມໃໝ່ 2 ທີມ ທີ່ເຄີຍຜ່ານເຂົ້າຮອບມາໄດ້ໃນບານເຕະທົ່ວປະເທດ 2022 ນັ້ນກໍຄື ຫຼວງພະບາງ ກັບ ນະຄອນຫຼວງວຽງຈັນ ໂດຍ ຫຼວງພະບາງ ຜ່ານເຂົ້າເຖິງຮອບຊີງຊະນະເລີດໃນປີນັ້ນ, ສ່ວນ ນະຄອນຫຼວງວຽງຈັນ ຢຸດທີ່ຮອບ 4 ທີມໃນປີ 2020 ມາເບິ່ງວ່າປີນີ້ຈະໄດ້ເຂົ້າຮອບຊີງໄດ້ຫຼືບໍ? ຂະນະທີ່ ອັດຕະປື ກັບ ຊຽງຂວາງ ຜ່ານເຂົ້າຮອບ 4 ທີມເປັນປີທໍາອິດ ມາເບິ່ງວ່າທີມໃດຈະໄດ້ເຂົ້າຮອບຊີງປີນີ້.
ຂ່າວ: Larh Creators; ຮູບຈາກ: ສຕລ