MGL04 “ນິພົນ ມີນ້ອຍມະນີ” ຫຼື ໂຊໂລ້ ອີກໜຶ່ງໜຸ່ມໂຕເຕັງ Mister Global Laos 2022

173

ເລີ່ມນັບຖອຍຫຼັງກາງເດືອນນີ້ຮູ້ກັນຢ່າງແນ່ນອນສຳລັບມື້ຕັດສິນຂອງການປະກວດ Mister Global Laos 2022 ແລະ ກຽມມາລຸ້ນຕື່ນເຕັ້ນໄປພ້ອມໆກັນທົ່ວປະເທດໄວໆນີ້ ແລະ ມື້ນີ້ຢາກຈະຂໍແນະນຳອີກໜຶ່ງໜຸ່ມທີ່ເປັນໂຕເຕັງຂອງປີນີ້ເລີຍກໍ່ວ່າໄດ້ ທັງຮູບຮ່າງໜ້າຕາ, ຫຸ່ນດີ, ຍິ້ມເກັ່ງ ແລະ ທີ່ສຳຄັນ ໜຸ່ມຄົນນີ້ເປັນຄົນທີ່ນິໃສເປັນມິດກັບທຸກຄົນ ແຖມໃຈບຸນອີກດ້ວຍ.

.

ແລະຈະເປັນໃຜໄປບໍ່ໄດ້ນັ້ນກໍ່ຄື MGL04 “ນິພົນ ມີນ້ອຍມະນີ” ຫຼື ໂຊໂລ້ ເພາະຖືໄດ້ວ່າເປັນຄົນທີ່ມີຖານກອງເຊຍຢ່າງເຕັມປ່ຽມ ແລະ ຖ້າໃຜທີ່ຕິດຕາມຫຼາຍໆກິດຈະກຳທີ່ຜ່ານມາກໍ່ຈະເຫັນວ່າໜຸ່ມຄົນນີ້ໂດດເດັ່ນເປັນທີ່ສຸດແຖມຕອນນີ້ຄະແນນໂຫວດຢືນໜຶ່ງ ເຊິ່ງສິ່ງນີ້ກະລັນຕີໄດ້ວ່າເປັນທີ່ມັກຮັກຂອງປະຊາຊົນຈຳນວນຫຼາຍ. ເຊິ່ງຫຼາຍຄົນກໍ່ຄິດວ່າໜຸ່ມຄົນນີ້ໄປໄດ້ໄກຢ່າງແນ່ນອນໃນເວທີນີ້ ເພາະເຈົ້າໂຕເອງກໍ່ພົກຄວາມໝັ້ນໃຈມາແບບເກີນ100 ແທ້ໆ

ມາຮູ້ຈັກກັບໜຸ່ມຄົນນີ້ໄດ້ເລີຍ ເຊິ່ງປັດຈຸບັນໂຊໂລ້ ອາຍຸ 25 ປີ ຮຽນຈົບຄະນະເສດຖະສາດ ແລະ ບໍລິຫານທຸລະກິດພາກເສດຖະສາດ ສາຂາເສດຖະສາດນໍາໃຊ້, ສຳລັບແຮງບັນດານໃຈຂອງເຈົ້າໂຕທີ່ຕັດສິນໃຈມາປະກວດຄື: ຕ້ອງການຈະປ່ຽນແປງໂຕເອງ ພະຍາຍາມດຶງໂຕເອງອອກມາຈາກຈຸດເກົ່າ ຕອນແລກກໍ່ອາດຈະບໍ່ກ້າແດ່ ແຕ່ການເລີ່ມຕົ້ນໃໝ່ມີຜິດພາດສະເໜີ ຈຶ່ງເລືອກທີ່ຈະມາປະກວດເວທີ Mister Global ເປັນເວທີເເລກ ຢາກຈະລອງພິສູດໂຕເອງ ເພາະເຊື່ອວ່າທຸກຄົນມີຄວາມສາມາດໃນໂຕພຽງແຕ່ວ່າຍັງບໍ່ກ້າທີ່ຈະສະແດງອອກມາ.

ໂດຍກ່ອນໜ້ານີ້ເຈົ້າໂຕກໍ່ໄດ້ຫຼິ້ນຢິມເພື່ອປ່ຽນບຸກຄະລິກໂຕເອງ ເພາະວ່າມີຄວາມຕັ້ງໃຈຢາກຈະປ່ຽນໂຕເອງຢູ່ແລ້ວ ພໍເມື່ອທາງກອງປະກວດປະກາດຮັບ Audition ຄັດເລືອກ Mister Global Laos ຈຶ່ງຄວ້າໂອກາດນີ້ໄວ້. ເຖິງແມ່ນວ່າຈະບໍ່ເຄີຍໄດ້ມາທາງສາຍວົງການບັນເທີງເລີຍ ແຕ່ມີຄວາມຝັນຢາກເປັນຜູ້ກໍາກັບໜັງ ເພາະເວລາທຸກຄົນເບິ່ງໜັງແລ້ວມັນອິນ, ມີຄວາມສຸກກັບມັນແບບນັ້ນ ຢາກເປັນສ່ວນໜຶ່ງໃນນັ້ນຄືກັນ.

.

ໂດຍຕອນທີ່ສະໄໝຮຽນຍັງເປັນເດັກກິດຈະກຳ, ທັງເປັນຄະນະຫ້ອງ ແລະ ຕ້ອງມີຄວາມຮັບຜິດຊອບ ເຖິງແມ່ນວ່າຕົນເອງຈະເປັນຄົນທີ່ຮຽນໃນລະດັບກາງກໍ່ຕາມ ແຕ່ຄິດວ່າທຸກຢ່າງມັນຄືການຮຽນຮູ້ທັງໝົດ. ແລະ ອີກໜຶ່ງຢ່າງທີ່ເປັນຄວາມສາມາດພິເສດຂອງໜຸ່ມຄົນນີ້ກໍ່ຄືການເຮັດອາຫານ ເພາະນ້ອງມັກເຮັດກິນ ເວລາຢູ່ບ້ານ ແລະ ມັກເບິ່ງວິທີເຮັດກິນຢູ່ອິນເຕີເນັດ ແລ້ວລອງມາເຮັດກິນເບິ່ງ ລອງຜິດລອງຖືກຕາມສະໄຕລໂຕເອງ ສຳລັບກິດຈະກໍາຍາມວ່າງທີ່ມັກເຮັດ ໄປບ່ອນອອກກໍາລັງກາຍ ແລະ ໄປວັດເຮັດບຸນ.

ຈັ່ງໃດກໍ່ຝາກທຸກຄົນຢ່າລືມເຊຍໃຫ້ໜຸ່ມຄົນນີ້ກັນຫຼາຍໆເດີ MGL04 “ນິພົນ ມີນ້ອຍມະນີ” ຫຼື ໂຊໂລ້ ເພາະນອກຈະເປັນຄົນທີ່ຊັດເຈນໃນຫຼາຍເລື່ອງແລ້ວ ປີນີ້ເຈົ້າໂຕບໍ່ໄດ້ມາຫຼິ້ນໆຢ່າງແນ່ນອນ ເຜີໆອາດໄປເຖິງຮອບ 2 ຄົນຢືນຈັບມືເລີຍໃດທຸກຄົນ…..
.