ທ່ານ ນາງ ຈັນສຸກ ແສງພະຈັນ ຖືກແຕ່ງຕັ້ງເປັນປະທານ ສະພາມາດຕະຖານແຫ່ງຊາດ

159

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມສາມັນ ສະຫຼຸບການຈັດຕັ້ງເຄື່ອນໄຫວສະພາມາດຕະຖານແຫ່ງຊາດ ຂຶ້ນໃນວັນທີ 4 ພະຈິກ 2022 ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍ ປະທານສະພາມາດຕະຖານແຫ່ງຊາດ (ຊຸດທີ II) ແລະ ບັນດາຄະນະກຳມະການສະພາມາດຕະຖານແຫ່ງຊາດ ທີ່ມາຈາກຂະແໜງການພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ທີ່ປະຊຸມໄດ້ປືກສາຫາລື ແລະ ປັບປຸງຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III)

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອຄັດເລືອກປະທານ, ຮອງປະທານ ແລະ ຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III) ເນື່ອງຈາກມາເຖິງປັດຈຸບັນຄະນະສະພາມາດຕະຖານແຫ່ງຊາດ ຊຸດເກົ່າ (ຊຸດທີ II) ໄດ້ສິ້ນສຸດວາລະໃນການປະຕິບັດໜ້າທີ່ ແລະ ໄດ້ມີການປ່ຽນແປງ ເຊັ່ນ: ປະທານສະພາມາດຕະຖານແຫ່ງຊາດຜູ້ເກົ່າ (ອະດີດຮອງລັດຖະມົນຕີ) ໄດ້ເຂົ້າຮັບອຸດໜູນບຳນານ ໄດ້ໝົດໜ້າທີ່ ໃນການເປັນປະທານບໍລິຫານຊີ້ນຳວຽກງານການເຄື່ອນໄຫວຂອງສະພາມາດຕະຖານແຫ່ງຊາດ ແລະ ບັນດາຄະນະກຳມະການດັ່ງກ່າວໄດ້ມີການເລື່ອນຊັ້ນຕຳແໜ່ງ ແລະ ຖືກແຕ່ງຕັ້ງຊັບຊ້ອນໄປປະຕິບັດໜ້າທີ່ໃໝ່ ແລະ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ສືບຕໍ່ມີການເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃນໄລຍະ 3 ປີ ຕໍ່ໜ້າ.

ກອງປະຊຸມຄັ້ງນີ້ໄດ້ຕົກລົງເຫັນດີ ເປັນເອກະພາບກັນແຕ່ງຕັ້ງຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III) ເຊິ່ງປະກອບມີ

– ແຕ່ງຕັ້ງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ
ເປັນປະທານສະພາມາດຕະຖານແຫ່ງຊາດ
– ແຕ່ງຕັ້ງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ
ເປັນຮອງປະທານ ແລະ ເປັນຜູ້ປະຈຳການ
– ແຕ່ງຕັ້ງ ທ່ານ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາ ທາລະນະສຸກ
ເປັນຮອງປະທານ.
– ແຕ່ງຕັ້ງ ທ່ານ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ
ແລະ ຂົນສົ່ງ, ເປັນຮອງປະທານ.
– ແຕ່ງຕັ້ງ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ
ແຫ່ງຊາດລາວ, ເປັນຮອງປະທານ.
– ແຕ່ງຕັ້ງຜູ້ຕາງໜ້າຈາກບັນດາຂະແໜງການພາກລັດ ແລະ ເອກະຊົນ ຈຳນວນ 20 ທ່ານ ເປັນຄະນະກຳມະການ.

ຕອນທ້າຍກອງປະຊຸມ ທ່ານ ປະທານ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ ແລະ ສະເໜີໃຫ້ຄະນະກຳມະການສະພາມາດຕະຖານ ຊຸດນີ້ ສືບຕໍ່ເອົາໃຈໃສ່ພັດທະນະວຽກງານມາດຕະຖານແຫ່ງຊາດ ໃຫ້ທຽບເທົ່າພາກພື້ນ ແລະ ສາກົນ.