ອີກໜຶ່ງໜຸ່ມທີ່ປັງແຮງ ໃນເວທີ Mister Global Laos ແບ້ງ ສຸກປະເສີດ MGL03

214

ເຊື່ອວ່າຕອນນີ້ຫຼາຍຄົນແມ່ນກຳລັງຈັບຕາ ຫຼື ເປັນທີ່ໜ້າສົນໃຈເປັນຈຳນວນຫຼວງຫຼາຍສຳລັບເວທີປະກວດ Mister Global Laos 2022 ແລະ ຢາກຈະຮູ້ແລ້ວວ່າແມ່ນໃຜຄືໜຸ່ມຄົນນັ້ນທີ່ຈະຄວ້າລາງວັນຊະນະເລີດ ແຕ່ມື້ນີ້ເຮົາມາທຳຄວາມຮູ້ຈັກກັບໜຸ່ມຄົນນີ້ເພີ່ມເຕີມກ່ອນໜຶ່ງໃນຜູ້ເຂົ້າປະກວດຊາຍງາມທີ່ໜ້າຈັບຕາເບິ່ງ ສູງຍາວ ເຂົ່າດີ ດີກຣີນັກກີລາທີມຊາດລາວບານສົ່ງຊາຍຫາດ “ສຸກປະເສີດ ມູນລາດຊະວົງ” ຫຼື ແບ້ງ ອາຍຸ 18 ປີ MGL03 ປັດຈຸບັນຮຽນພາສາຈີນຢູ່ເພື່ອກຳລັງໄປຮຽນຕໍ່ທີ່ ສປ.ຈີນ

.

ໜຸ່ມແບ້ງໄດ້ບອກໄວ້ວ່າ: ຕົນເອງຮູ້ສຶກດີໃຈຫຼາຍທີ່ໂຕເອງສາມາດເຂົ້າມາໃນຮອບ 12 ຄົນສຸດທ້າຍໄດ້ເພາະກ່ອນຈະເຂົ້າມາຮອບ 12 ຄົນສຸດທ້າຍໄດ້ກໍບໍ່ແມ່ນເລື່ອງງ່າຍຍ້ອນເຮົາໄດ້ແຂ່ງຂັນກັບຜູ້ແຂ່ງຂັນຜູ້ອື່ນໆທີ່ລົງສະໝັກ. ສິ່ງທີ່ນ້ອງກະກຽມໃນການປະກວດຄັ້ງນີ້ກໍຄືຈິດໃຈໃນການມຸ່ງໝັ້ນທີ່ຈະພັດທະນາໂຕເອງເພື່ອກຽມພ້ອມກັບທຸກສະຖານະການ ແລະ ອີກຢ່າງໜຶ່ງກໍຄືຮ່າງກາຍເພາະເພິ່ນໄດ້ມີການທ້າທາຍໃຫ້ໄປຟິດຫຸ່ນໃຫ້ດີຂຶ້ນໃຫ້ມີສັດສ່ວນຫຼາຍຂຶ້ນຕື່ມອີກ.

.

ໜຸ່ມແບ້ງຍັງບອກຕື່ມອີກວ່າ: ບ່ອນທີ່ນ້ອງຄິດວ່າເປັນສະເໜ່ທີ່ສຸດກໍຄືໃບໜ້າເພາະເວລາເຮົາໄປເຫັນຄົນອື່ນຢູ່ສະຖານທີ່ອື່ນເຮັດໃບໜ້າຍິ້ມແຍ້ມແຈ່ມໃສ ເປັນສະເໜ່ເຮັດໃຫ້ເພິ່ນຫຼົງໃຫຼໃນໂຕເຮົາ. ສຳລັບຄວາມສາມາດພິເສດໜຸ່ມແບ້ງ: ກໍຄືຄວາມສາມາດໃນການກຽມພ້ອມຮັບມືກັບທຸກສະຖານະການ, ກ້າສະແດງອອກເຮັດໃຫ້ເພິ່ນຮັບຮູ້ວ່າເຮົາຕັ້ງໃຈທີ່ຈະມາເອົາຊະນະກັບອຸປະສັກສາມາດກ້າວຂ້າມກັບຂີດຈຳກັດຂອງໂຕເອງເພື່ອທີ່ຈະມາເອົາ The Winner ໃຫ້ໄດ້.


.

ສຳລັບກິດຈະກຳຍາມວ່າງຂອງນ້ອງກໍຄືການຫຼິ້ນບານບ້ວງ ແລະ ການຫຼິ້ນກີລາບານສົ່ງແຕ່ສິ່ງທີ່ນ້ອງມັກທີ່ສຸດກໍຄືບານສົ່ງຍ້ອນເຮັດໃຫ້ນ້ອງໄດ້ຮູ້ຈັກກັບຫຼາຍຄົນລວມທັງຜູ້ທີ່ແນະນຳນ້ອງມາປະກວດຄັ້ງນີ້. ແລະ ບອກເລີຍວ່າດີກີບໍ່ທຳມະດາເພາະວ່າສໍາລັບແບ້ງເອງກໍເຄີຍເປັນອະດີດທີມຊາດລາວບານສົ່ງຊາຍຫາດລຸ້ນອາຍຸບໍ່ເກີນ 19 ປີ ໄດ້ໄປເເຂ່ງທີ່ປະເທດໄທຈັງຫວັດຮ້ອຍເອັດ ເຊິ່ງມີຫຼາຍກວ່າ 20 ປາຍປະເທດເຂົ້າຮ່ວມ ແລະ ຍັງເຄີຍເປັນຕົວແທນເມືອງໄຊເຊດຖາໄປແຂ່ງລະດັບແຂວງນະຄອນຫຼວງເຊິ່ງໄດ້ທີ 1 ຂອງນະຄອນຫຼວງມາຄອບຄອງ.