ລັດຖະມົນຕີ ກະຊວງ ອຄ ຮ່ວມພິທີເປີດງານວາງສະແດງສິນຄ້າ ນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 5 ແບບທາງໄກ

123

ສປ ຈີນ ໄຂງານວາງສະແດງສິນຄ້າ ນຳເຂົ້າສາກົນ ຄັ້ງທີ 5 ແລະ ເວທີປຶກສາຫາລື ເສດຖະກິດ ສາກົນ ຫົງສຽວ ໂດຍຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 4 ພະຈິກ 2022 ທີ່ນະຄອນຊຽງໄຮ້ ຂອງ ສປ ຈີນ ໂດຍມີ ຕົວແທນຈາກພາກລັດ, ທຸລະກິດ, ຜູ້ບໍລິການ ງານວາງສະແດງ ແລະ ນຳເຂົ້າຈາກ 100 ກວ່າ ປະເທດ, ພາກພື້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ໃນໂອກາດດຽວກັນ ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການເສດຖະກິດການຄ້າ ສະຖານທູດ ສປ ຈີນ ປະຈໍາລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເຂົ້າຮ່ວມ ພິທີດັ່ງກ່າວແບບອອນລາຍ.
ການເຂົ້າຮ່ວມກອງປະຊຸມທາງໄກຄັ້ງນີ້ ມີບັນດາເນື້ອໃນດ້ານການຄ້າ, ການລົງທຶນ, ວັດທະນະ ທຳ, ທ່ອງທ່ຽວ ແລະ ໂຄສະນາຜະລິດຕະພັນສິນຄ້າທ່າແຮງທີ່ມີເງື່ອນສາມາດສົ່ງອອກໄປຕະຫຼາດ ສປ ຈີນ ແລະ ຕະຫຼາດສາກົນ ເຊິ່ງການເຂົ້າຮ່ວມຂອງ ທ່ານ ລັດຖະມົນຕີ ກະຊວງ ອຄ ໃນຄັ້ງນີ້ກໍເພື່ອເປັນເວທີຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ-ການລົງທຶນ, ເພື່ອນຳສະເໜີພາບຫລັກ ອັນດີງາມ, ໂຄສະນາທ່າແຮງທີ່ບົ່ມຊ້ອນ ແລະ ສິນຄ້າທ່າແຮງຂອງ ສປປ ລາວ ສູ່ເວທີສາກົນ ເພື່ອດຶງດູດການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ China International Import Expo (CIIE) ເລີ່ມຈັດຂຶ້ນໃນປີ 2018 ໂດຍມີຈຸດປະສົງ ແລະ ເປົ້າໝາຍສຳຄັນ ແມ່ນເປັນການວາງສະແດງສິນຄ້າລະດັບສາກົນ ຈາກບັນດາປະເທດທີ່ເປັນຄູ່ຄ້າກັບ ສປ ຈີນ, ໂດຍສະເພາະປະເທດກໍາລັງພັດທະນາ ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ສປ ຈີນ ໃນການສືບຕໍ່ເປີດປະຕູສູ່ໂລກພາຍນອກທັງເປັນການເອື້ອອຳນວຍໂອກາດອັນດີ ໃຫ້ຫລາຍປະເທດຈາກທົ່ວມູມໂລກ ໄດ້ມາເຜີຍແຜ່ໂຄສະນາສິນຄ້າ, ພົບປະແລກປ່ຽນຮ່ວມມືດ້ານການຄ້າ ແລະ ການລົງທຶນແນໃສ່ຮັກສາລະບຽບການຄ້າສາກົນ ໃນການເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງເສດຖະກິດຂອງຕົນກັບສາກົນ ແລະ ສົ່ງເສີມກົນໄກການຄ້າຫລາຍຝ່າຍ ສົ່ງເສີມສ້າງເສດຖະກິດໂລກໃຫ້ສືບຕໍ່ພັດທະນາໄປຕາມທິດທາງທີ່ເປີດກວ້າງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍຂຶ້ນ.

ສໍາລັບງານປີນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 5 ລະຫວ່າງ ວັນທີ 5-11 ພະຈິກ 2022 ທີ່ນະຄອນຊຽງໄຮ, ສປ ຈີນ ພາຍໃຕ້ຫົວຂໍ້: “ ໃນຍຸກໃໝ່, ການຮວ່ມມືກັນໃນອະນາຄົດ ” ໂດຍແນໃສ່ເປັນເວທີສາກົນທີ່ສົ່ງເສີມການຮ່ວມມື ແລະ ພົບປະລະຫວ່າງຈີນກັບຕະຫຼາດໂລກ ທັງເປັນການເຊື່ອມໂຍງການຮ່ວມມືຂອງກຸ່ມອຸດສາຫະກໍາ ແລະ ບໍລິສັດຊັ້ນນຳ ເພື່ອສົ່ງເສີມການຄ້າລະຫວ່າງປະເທດ, ການແລກປ່ຽນຄວາມຄິດສ້າງສັນ ແລະ ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ຊຸກຍູ້ເສດຖະກິດໂລກ ເຊິ່ງ ສປປ ລາວ ໄດ້ມີການເຂົ້າຮ່ວມຂອງຫົວໜ່ວຍທຸລະກິດທີ່ຮັບຜິດຊອບ ຈ່າຍຄ່າຫ້ອງວາງສະແດງດ້ວຍຕົນເອງ ໂດຍຜ່ານກົມສົ່ງ ເສີມການຄ້າລາວໄດ້ມີສ່ວນຫຼຸດ 10% ເຊິ່ງມີ 02 ບໍລິສັດຄື: 1). ສວນຊາ 36 ປາກຊ່ອງ (Lao Three SixManor Trade Export-Import Sole Co., Ltd), 2). ບໍລິສັດລາວໂກທົງ (LAO GUOTONG Livestock Farming Development Co.,Ltd).

ພ້ອມດຽວກັນນັ້ນ, ມີຫ້ອງວາງສະແດງທີ່ຝ່າຍຈີນຊ່ວຍເຫຼືອໂດຍບໍ່ໄດ້ເສຍຄ່າ ຫ້ອງວາງສະແດງມາດຕະຖານ ຂະໜາດ 3×3 ແມັດ, ມີຈຳນວນ 04 ຫ້ອງວາງສະແດງ ໂດຍບໍ່ໄດ້ເສຍຄ່າເພື່ອໂຄສະນາສິນຄ້າຂອງລາວ, ມີຈໍານວນ 02 ບໍລິສັດທີ່ຈະນຳເອົາສິນຄ້າເຂົ້າຮ່ວມວາງສະແດງຄື: 1). Private Enterprise Factory TMC Furniture, 2). Private Factory Furniture Muong Kau ບໍລິສັດຂອງລາວໄດ້ມີສາຂາຢູ່ ສປ ຈີນ.