ສາມຫຼ່ຽມຄຳມີໃໝ່ມາເລື້ອຍໆ ຫຼ້າສຸດ ເປີດໂຕເຮືອບັນທຸກ “Xingde 006​”

2807

ສາມຫລ່ຽມຄຳເປັນເຂດເສດຖະກິດພິເສດທີ່ມີການພັດທະນາຢ່າງຕໍ່ເນື່ອງໃນທຸກໆດ້ານບໍ່ວ່າຈະເປັນການລົງ, ການບໍລິການຄ້າຂາຍ ແລະຄົມມະນາຄົມຂົນສົ່ງກໍ່ເຕີບໂຕໄປພ້ອມໆກັບລະບົບພື້ນຖານໂຄງລ່າງທີ່ໄດ້ພັດການພັດທະນາໄປເປັນກ້າວໆຫຼ້າສຸດນີ້ໄດ້ເປີດໂຕເຮືອບັນທຸກທີ່ຮັບໃຊ້ສະເພາະພາຍໃນເຂດຈຳນວນ 1 ລຳໃສ່ຊື່ວ່າ “Xingde 006​”.

ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ການ​ເດີນ​ທາງ​ຄັ້ງ​ທໍາ​ອິດ​ຂອງ​ເຮືອ​ບັນ​ທຸກ “Xingde 006​” ຈັດຂຶ້ນໃນວັນທີ 5 ພະຈິກ 2022 ຜ່ານມານີ້ເອງທີ່ທ່າເຮືອຂົນສົ່ງສິນຄ້າສາກົນຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ການ​ເດີນ​ທາງ​ຄັ້ງ​ທໍາ​ອິດ​ຂອງ​ເຮືອ​ບັນ​ທຸກ “Xingde 006​” ໂດຍມີການນຳ ແລະ ພະນັກງານທີ່ກ່ຽວຄ້ອງຂອງສະພາບໍລິຫານເຂດເຂົ້າຮ່ວມອວຍພອນໄຊໃຫ້ເຮືອລຳດັ່ງກ່າວ.


ເຮືອ”Xingde 006” ລຳນີ້ ມີຄວາມຍາວ 55,9 ແມັດ ກວ້າງ 8,7 ແມັດ ສາມາດບັນທຸກນ້ຳໜັກໄດ້ 560 ໂຕນ ສ້າງໂດຍໂຮງງານສ້ອມແປງ ແລະ ສ້າງເຮືອຈາໂຈສິບສອງພັນນາ ສ້າງສຳເລັດ ແລະ ມອບ-ຮັບໃນວັນທີ 28 ຕຸລາ 2022.

ເຮືອລຳດັ່ງກ່າວຈະເປັນເຮືອຮັບໃຊ້ສະເພາະຂອງ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ມີໜ້າທີ່ໃນການຂົນສົ່ງສິນຄ້າຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.