ອິນເດຍ ຕ້ອງການໂລຫະຄຳ ເພີ່ມຂຶ້ນ 14%

145

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ສະພາໂລຫະຄຳໂລກ ( WGC ) ລາຍງານວ່າຄວາມຕ້ອງການໂລຫະຄຳ ຂອງອິນເດຍ ເຊິ່ງມີເສດຖະກິດຂະໜາດໃຫຍ່ສຸດ ເປັນອັນດັບ 3 ຂອງອາຊີ ໃນໄລຍະເດືອນກໍລະກົດຫາເດືອນກັນຍາ ລວມມີ 191,7 ໂຕນ ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີຜ່ານມາ ແລະ ເປັນຕົວເລກດຽວກັນກັບ ກ່ອນການເກີດການແຜ່ລະບາດຂອງພະຍາດໂຄວິດ – 19.

May be an image of jewelry

ຄວາມຕ້ອງການເຄື່ອງປະດັບຄໍາ ທັງໝົດຂອງອິນເດຍ ໃນໄຕມາດ 3 ລວມມີ 146,2 ໂຕນ ເພີ່ມຂຶ້ນ 17% ໃນຂະນະທີ່ປະລິມານການຣີໄຊ   ເຄີລ ໂລຫະຄຳ ທັງໝົດ ລວມມີ 16 ໂຕນ ຫຼຸດລົງ 23% ເມື່ອທຽບໃສ່ໄລຍະດຽວກັນໃນປີຜ່ານມາ.

No photo description available.