ຢູເນັສໂກ ເຕືອນ ທານນ້ຳແຂງມໍລະດົກໂລກ ສ່ຽງຫາຍສາບສູນ

30

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ອົງການຢູເນັສໂກ ອອກມາເຕືອນວ່າ ທານນ້ຳແຂງມໍລະດົກໂລກຫຼາຍແຫ່ງ ມີທ່າອ່ຽງຫຼຸດລົງ ແລະ ອາດຈະຫາຍໄປໄດ້ໃນປີ 2050 ພ້ອມທັງຮຽກຮ້ອງໃຫ້ຜູ້ນຳທົ່ວໂລກແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ.

May be an image of 2 people, mountain and nature

ຄຳເຕືອນຂອງຢູເນັສໂກ ມີຂຶ້ນ ຈາກຜົນການສຶກສາທານນ້ຳແຂງໃນຈຳນວນ 18.600 ທານນ້ຳແຂງໃນແຫຼ່ງມໍລະດົກໂລກທັງໝົດ 50 ແຫ່ງ ເຊິ່ງຄວບຄຸມພື້ນທີ່ປະມານ 66.000 ກິໂລຕາແມັດ ພົບວ່າ ທານນ້ຳແຂງໄດ້ຫຼຸດລົງຢ່າງໄວວາ ນັບແຕ່ປີ 2000 ເປັນຕົ້ນມາ ເນື່ອງຈາກການປ່ອຍອາຍພິດເຮືອນແກ້ວ ເຮັດໃຫ້ອຸນຫະພູມໂລກສູງຂຶ້ນ.

ຢູເນັສໂກ ລະບຸວ່າ 1 ໃນ 3 ຂອງທານນ້ຳແຂງໃນແຫຼ່ງມໍລະດົກໂລກ 50 ແຫ່ງ ຈະຫາຍໄປພາຍໃນປີ 2050 ເຖິງວ່າທົ່ວໂລກໄດ້ໃຊ້ຄວາມພະຍາຍາມຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ເພື່ອຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກກໍຕາມ ໂດຍທານນ້ຳແຂງຈຳນວນ 58.000 ລ້ານໂຕນ ໄດ້ລະລາຍລົງທຸກໆປີ ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ.

May be an image of 5 people, people standing and mountain

ແນວໃດກໍຕາມ, ຢູເນັສໂກ ລະບຸວ່າ: ຍັງມີຄວາມເປັນໄປໄດ້ໃນການຮັກສາທານນ້ຳແຂງທີ່ຍັງເຫຼືອຢູ່ອີກ 2 ໃນ 3 ຫາກອຸນຫະພູມໂລກສູງຂຶ້ນບໍ່ເກີນ 1,5 ອົງສາ ເມື່ອທຽບກັບຍຸກອຸດສາຫະກຳ ເຊິ່ງເປັນເປົ້າໝາຍທີ່ຫຼາຍປະເທດໃຫ້ຄຳໝັ້ນສັນຍາ.