ອີກໜຶ່ງໜຸ່ມທີ່ມາແຮງ! ແຖມຖານກອງເຊຍກໍ່ຫຼາຍ ແຈັກກີ້ ພິມມະຂັກ

199

ບອກໄດ້ເລີຍວ່າຫຍັບໝໍ່ຈໍ້ເຂົ້າມາເຕັມທີ່ແລ້ວ ສຳລັບມື້ຕັດສິນ ນັ້ນກໍ່ຄື 19 ພະຈິກ 2022 ນີ້ ແລະ ເຮົາກໍ່ໃກ້ທີ່ຈະຮັບຮູ້ແລ້ວວ່າວ່າແມ່ນໃຜທີ່ຈະຄວ້າລາງວັນຊະນະເລີດ ຫຼື Mister Global Laos 2022 ແລະ ຢາກຈະແນະນຳອີກໜຶ່ງໜຸ່ມສຳລັບຜູ້ເຂົ້າປະກວດທີ່ມີຄວາມໂດດເດັ່ນຫຼາຍນັ້ນກໍ່ຄື MGL11 ແຈັກກີ້ ພິມມະຈັກ ບ່າວແພດສະຫວັນນະເຂດ ເຈົ້າຂອງລວງສູງ 187 cm.

.

ໂດຍແຈັກກີ້ໃຫ້ສຳພາດວ່າ: ແຮງບັນດານໃຈໃດ ທີ່ເຮັດໃຫ້ຕັດສິນໃຈມາປະກວດເວທີ່ນີ້ນັ້ນກໍ່ຄື
ຢາກຫາປະສົບການໃຫມ່ໆໃຫ້ຕົນເອງ ແລະ ຢາກຮູ້ວ່າຕົນເອງຈະເຮັດໄດ້ດີສໍ່າໃດ໋ ຈະໄປໄດ້ສໍ່າໃດ໋ ແລະ ແຮງບັນດານໃຈຫລັກໆເລີຍກໍ່ຄື ຢາກຈະເຮັດໃຫ້ທຸກຄົນຮູ້ ວ່າເດັກນ້ອຍຫນ້າຕາບ້ານໆແບບເຮົາກໍ່ສາມາດເຮັດສິ່ງທີ່ຍິ່ງໃຫຍ່ໄດ້..!!


.

ສຳລັບໜຸ່ມແຈັກກີ້ແມ່ນປັດຈຸບັນ ແມ່ນຮຽນສາຍແພດເຊິ່ງ ສາເຫດທີ່ຮຽນແພດກໍ່ຄືມັກຮັກໃນການຊ່ວຍເຫລືອຄົນຢູ່ແລ້ວ ແລະ ເປັນຄວາມຝັນຕັ້ງແຕ່ຍັງນ້ອຍໆວ່າ ຢາກຈະໃສ່ຊຸດແພດສີຂາວງາມໆ ນັ່ງຫນ້າຄຣີນິກນ້ອຍໆຂອງຕົນເອງ.

ທຸກຄົນຮູ້ບໍວ່າໜຸ່ມແຈັກກີ້ ເປັນຄົນທີ່ທີ່ມັກເວົ້າ ມັກຖາມ ມັກຮຽນຮູ້ ແລະ ທີ່ສຳຄັນຈຸດພິເສດຂອງໜຸ່ມຄົນນີ້ກໍ່ຄືສ່ວນສູງ 187 ຊັງຕີແມັດ ບອກໄດ້ເລີຍວ່າໂດດເດັ່ນເປັນທີ່ສຸດ ແລະ ດີກີກໍ່ບໍ່ທຳມະດາໃດທຸກຄົນ ໜຸ່ມແຈັກກີ້ ເຄີຍສະແດງ MV ເພງຂອງ JaoGolf ມາແລ້ວ ຖືວ່າທັງຫຼໍ່, ເກັ່ງ, ສູງຍາວຂາວດີ ໃຜເຫັນກໍ່ຕ້ອງຮ້ອງກຣີດຢ່າງແນ່ນອນ.

ໜຸ່ມແຈັກກີ້ຍັງບອກວ່າເວທີ Mister Global Laos 2022 ເປັນເວທີທໍາອິດ ແລະ ຖ້າໄດ້ເປັນ Mister Global Laos 2022 ຢາກຈະເປັນອີກໜຶ່ງກະບອກສຽງຢາກໃຫ້ສັງຄົມຫັນມາດູແລສຸຂະພາບຂອງຕົນເອງ ເພາະຄົນສ່ວນຫຼາຍຈະຄຳນຶງເຖິງເລື່ອງສຸຂະພາບກໍ່ຕໍ່ເມື່ອສາຍໄປແລ້ວ. ສະນັ້ນຕອນທີ່ເຮົາຍັງປ່ຽນແປງທຸກຢ່າງໄດ້ດ້ວຍການຫັນມາດູແລສຸພາບຂອງຕົນເອງເພື່ອສຸຂະພາບທີ່ດີຂອງຕົນເອງ ແລະ ຄອບຄົວ ເພື່ອໃຫ້ທ່ານໝໍໄດ້ມີເວລາພັກຜ່ອນ ໄດ້ມີເວລາໃຫ້ແກ່ຄອບຄົວແບບທີ່ທ່ານມີ ຂໍຂອບໃຈ.
.