ຍີ່ປຸ່ນ ຮຽກຮ້ອງໃຫ້ປະຊາຊົນປະຢັດພະລັງງານໃນໄລຍະລະດູໜາວນີ້

48

ສຳນັກຂ່າວກຽວໂດ ລາຍງານໃນວັນທີ 3 ພະຈິກ 2022 ວ່າ: ທ່ານ ນີຊີມູຣະ ຢາຊຶໂຕຊິ ລັດຖະມົນຕີກະວງອຸດສາຫະກຳຂອງຍີ່ປຸ່ນ ອອກມາຮຽກຮ້ອງໃຫ້ທຸກພາກສ່ວນ ໂດຍສະເພາະພາກຄົວເຮືອນ ແລະ ພາກທຸລະກິດ ຈົ່ງຊ່ວຍກັນປະຢັດພະລັງງານໃນໄລຍະລະດູໜາວນີ້ ໂດຍປະເມີນເບື້ອງຕົ້ນວ່າ ຫາກພາກຄົວເຮືອນສາມາດປະຢັດພະລັງງານໄດ້ 1% ພະລັງງານເຫຼົ່ານັ້ນ ຈະພຽງພໍຕໍ່ການເປັນກະແສໄຟຟ້າສະໜອງໃຫ້ຮ້ານສະດວກຊື້ໄດ້ຫຼາຍເຖິງ 15 ພັນແຫ່ງພາຍໃນວັນດຽວ.

May be an image of 2 people

ໃນຂະນະດຽວກັນ ຫາກພາກທຸລະກິດຊ່ວຍກັນປະຢັດພະລັງງານພາຍໃນວັນດຽວ ສາມາດເປັນກະແສໄຟຟ້າໃຫ້ແກ່ພາກຄົວເຮືອນໄດ້ຫຼາຍເຖິງ 1 ແສນຄົວເຮືອນ, ທັງນີ້ ລັດຖະບານຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ພາກທຸລະກິດຮ່ວມກັນຫຼຸດການນຳໃຊ້ເຄື່ອງປັບອາກາດ ແລະ ໄຟຟ້າພາຍໃນອາຄານລົງ.

May be an image of 4 people

ການຮຽກຮ້ອງດັ່ງກ່າວ ມີຂຶ້ນພາຍຫຼັງທີ່ອຸປະທານແກ໊ສ ທຳມະຊາດແຫຼວ ທີ່ໃຊ້ເປັນເຊື້ອເພີງ ສຳລັບໂຮງໄຟຟ້າພະລັງຄວາມຮ້ອນຫຼຸດລົງ ເນື່ອງຈາກຕະຫຼາດປັ່ນປ່ວນ ເຊິ່ງລັດຖະບານຍັງນຳໃຊ້ມາດຕະການດັ່ງກ່າວ ເຖິງແມ່ນວ່າຈະສາມາດຮັກສາການຜະລິດກະແສໄຟຟ້າສຳຮອງໄວ້ໄດ້ 3% ເຊິ່ງເປັນລະດັບຕ່ຳສຸດ ແຕ່ມີຄວາມຈຳເປັນຕໍ່ການຈັດຫາອຸປະທານໃຫ້ໄດ້ຢ່າງມີປະສິດທິພາບ.