ເປີດສູນບໍລິການກີລີລາວ ພ້ອມເປີດໂຕລົດໃໝ່ສອງລຸ້ນ ກີລີ Emgrand ແລະ ລົດໄຟຟ້າ 100% Geometry C

69

ພິທີເປີດໂຕສູນບໍລິການກີລີລາວຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2022 ທີ່ສູນກີລີລາວ ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍພາຍຫຼັງເຊັນສັນຍາເປັນຕົວແທນຈຳໜ່າຍຢ່າງເປັນທາງການຂອງກີລີ ໃນວັນທີ 18 ກຸມພາ 2021 ທາງບໍລິສັດ ມະນີຍົມ ກໍໄດ້ຮີບຮ້ອນລິເລີ່ມລົງມືກໍ່ສ້າງໂຊລູມ ແລະ ສູນບໍລິການ ລະດັບ Class A ມາດຕະຖານໃຫຍ່ສຸດຂອງກີລີໃນທັນທີ ໂດຍໃຊ້ໄລຍະເວລາກໍ່ສ້າງ 1 ປີເຕັມ ໂຊລູມ ກີລີ ໃໝ່ ຈຶ່ງໄດ້ສຳເລັດສົມບູນ ແລະ ພ້ອມຮັບໃຊ້ບໍລິການແລ້ວ ເຊິ່ງຜ່ານມາທາງ ມະນີຍົມໂອໂຕກຣຸບ ກໍຄື ກີລີລາວ ແມ່ນໄດ້ເປີດໂຕລົດກີລີມາແລ້ວ 2 ລຸ້ນຄື: ລົດ Geely Coolray ແລະ Geely Azkarra ເຊິ່ງໄດ້ຮັບການຕອບຮັບຈາກສັງຄົມໄດ້ເປັນຢ່າງດີ ແລະ ໃນຄ່ຳຄືນດຽວກັນນັ້ນ ກໍໄດ້ມີພິທີເປີດໂຕແນະນຳລົດໃໝ່ທັງສອງລຸ້ນຄື: Geely Emgrand ແລະ ລົດໄຟຟ້າ 100% Geometry C.

ລຸ້ນທຳອິດນັ້ນກໍຄື: ລົດເກ໋ງ Geely Emgrand ເປັນລົດ Sedan-B ເໝາະສໍາລັບຄົນຮຸ່ນໃໝ່ທຸກເພດທຸກໄວທີ່ມາພ້ອມກັບເຕັກໂນໂລຊີຟັງຊັນທີ່ຫຼາກຫຼາຍ ແລະ ການຂັບຂີ່ທີ່ສະໝູດນຸ້ມນວນທຸກຈັງຫວະ, ການອອກແບບມີຄວາມສວຍງາມ ແລະ ນຳໃຊ້ວັດສະດຸທີ່ມີຄຸນນະພາບສູງ ທັງພາຍນອກ ແລະ ພາຍໃນ ມາພ້ອມກັບເຄື່ອງຈັກ 1.5L 8 Speed CVT 102 ແຮງມ້າ
ພວງກຸນແຈອັດສະລິຍະ ຕິດຈັກຈາກໄລຍະໄກເຖິງ 100 ແມັດ, ໂຄງສ້າງໂຕລົດສະຖາປັດຕະຍະກຳ BMA ຫຼື B-segment Modular Architecture ນັ້ນ ພວກເຮົາໄດ້ໃຊ້ເວລາຫຼາຍກວ່າ 4 ປີ ໃນການຮ່ວມພັດທະນາວາງ layout ກັບ Volvo, ໂຕລົດມີຂະໜາດກວ້າງກວ່າລຸ້ນດຽວກັນ, ມີໜ້າຈໍສຳຜັດຂະໜາດ 8 ນິ້ວ ພ້ອມເຊື່ອມຕໍ່ WIFI ກັບໂທລະສັບຂຶ້ນໜ້າຈໍໂດຍບໍ່ຕ້ອງໃຊ້ສາຍ, ມີກ້ອງຖອຍລະດັບຄວາມຄົມຊັດ HD, ເຊັນເຊີຫຼັງ, ຖົງລົມນິລະໄພ 6 ຈຸດ, ຕາໄຟທ້າຍ ມີຮູບແບບການກະພິບ 3 ຮູບແບບສວຍງາມ. ພິເສດໄປກວ່ານັ້ນ, ສະເພາະລົດລຸ້ນນີ້ ປະຕູຫຼັງສາມາດເປີດໂອໂຕ ເມື່ອໄປຢືນໃກ້ໆ 3 ວິ ປະຕູຫຼັງກໍຈະເປີດຂຶ້ນເອງທັນທີ.

ລຸ້ນທີ 2 ແມ່ນລົດໄຟຟ້າ Geometry C ຈະເປັນລົດພະລັງງານໄຟຟ້າ 100% ສາກເຕັມໜຶ່ງຄັ້ງໄປໄດ້ 550 Km ມາດຕະຖານ NEDC. Geometry C ມີນິຍາມທີ່ສືບທອດແຟຊັນ ແລະ ເຕັກໂນໂລຊີທີ່ເນັ້ນການອອກແບບຕາມຫຼັກເລຂາຄະນິດ, ມາພ້ອມກັບນະວັດຕະກຳທີ່ທັນສະໄໝ ແລະ ຟັງຊັນຄວາມປອດໄພລະດັບສູງສຸດ ບໍ່ວ່າຈະເປັນລະບົບກູ້ດຶງພະລັງງານກັບມາໃຊ້ງານຄືນ ຫຼື ໂໝດຂັບຂີ່ສຸກເສີນ Eco+ ທີ່ຈະຊ່ວຍໃຫ້ເພີ່ມໄລຍະທາງໄປໄດ້ໄກຂຶ້ນອີກ 8% ແລະ ອື່ນໆ.

ນອກນັ້ນ, ຍັງມີອັອບຊັນພິເສດທີ່ຫຼາກຫຼາຍ ເຊັ່ນ: HUD ສະແດງຄວາມໄວທີ່ແກ້ວແວ່ນໜ້າ, ລະບົບຄວາມປອດໄພຫຼ້າສຸດ ເວີຊັນ 9.3 ESP ( TCS ປ້ອງການການມື່ນໄຫຼ, VDC ຄວບຄຸມການຊົງໂຕຂອງລົດແບບແປຜັນ, HBA ລະບົບຊ່ວຍເບຣກໄຮໂດຣລິກ, HBB ເພີ່ມປະສິດທິພາບເບຣກດ້ວຍໄຮໂດຣລິກ, HBC ໄຮໂດຣລິກພາວເວີເບຣກຊົດເຊີຍເບກມີຄວາມຜິດປົກກະຕິ, HHC ປ້ອງກັນການໄຫຼກໍລະນີຢູ່ທາງຄ້ອຍຊັນ, CDP ລະບົບຊ່ວຍເບຣກແປຜັນ, CRBS ໂຕຊ່ວຍຄວບຄຸມການເບຣກ ແລະ ກູ້ພະລັງງານຄືນ ), ລະບົບໂຕຊ່ວຍອັດສະລິຍະ 14 ຈຸດ ກ້ອງມູມມອງຮອບໂຕລົດ + ເຊັນເຊີ ຮອບໂຕລົດ ແລະ Redar ດ້ານໜ້າ, ຟັງຊັນ Full ACC adaptive Cruise Function: ລົດຈະແລ່ນດ້ວຍຄວາມໄວທີ່ຕັ້ງໄວ້ ໂດຍບໍ່ຈຳເປັນຢຽບຄັນເລັງ ເວລາເປີດໃຊ້ງານ ລົດຈະແລ່ນຕາມຄວາມໄວທີ່ຕັ້ງໄວ ເມື່ອມີລົດດ້ານໜ້າ ຄວາມໄວຈະຫຼຸດຕາມ ຫຼື ເມື່ອລົດດ້ານໜ້າຈອດລົດຈະເບກຈອດນຳ ແລະ ເມື່ອລົດດ້ານໜ້າແລ່ນຕໍ່ໄປລົດຈະແລ່ນຕາມ ແລະ ປອດໄພສູງສຸດ, Redar ດ້ານໜ້າ ລຸ້ນຫຼ້າສຸດ 77GHz ກວດຈັບໄດ້ໄກ ລົດ ຫຼື ຄົນໄດ້ເຖິງ 40 ເປົ້າໝາຍ, BSD ແຈ້ງເຕືອນມູມອັບສາຍຕາຢູ່ແວ່ນຂ້າງ, LKA + LDW ໂຕຊ່ວຍຄວບຄຸມລົດໃຫ້ຢູ່ໃນເລນແລ່ນລົດ, IHBC ຕາໄຟສູງ ເປີດ – ປິດອັດຕະໂນມັດ ກໍລະນີມີລົດດ້ານໜ້າ ຕາສູງຈະມອດລົດໂອໂຕ ແລະ ເມື່ອບໍ່ມີລົດ ຕາສູງຈະເປີດໂອໂຕ.

ສໍາລັບລົດ GEELY ແມ່ນລົດສັນຊາດຈີນ ທີ່ໄດ້ປະສົມປະສານ ແລະ ຖ່າຍທອດເຕັກໂນໂລຊີ ຈາກລົດຍີ່ຫໍ້ Volvo ທີ່ມີຊື່ສຽງໃນລະດັບໂລກ ( ຈາກປະເທດສະວີເດັນ ) ຕັ້ງແຕ່ປີ 2010 ແລະ ເປັນລົດສັດຊາດຈີນລຸ້ນທຳອິດ ແລະ ລຸ້ນດຽວທີ່ບັນລຸຍອດຂາຍທົ່ວໂລກໄດ້ຫຼາຍກວ່າ 10 ລ້ານຄັນ ໃນປີ 2020 ( ຍອດຂາຍສະເພາະປີ 2020 ແມ່ນຈຳນວນ 1,32 ລ້ານຄັນ ) ແລະ ຕັ້ງເປົ້າຄາດໝາຍ 1,53 ລ້ານຄັນ ໃນປີ 2021 ແລະ ໃນປີ 2022 ເອງກໍເປັນບາດກ້າວທີ່ສຳຄັນທີ່ສຸດ.

ທ່ານປະທານ ສຸກສະໝອນ ສີຫາເທບ ຍັງໄດ້ກ່າວຕື່ມວ່າ: ພວກເຮົາມີຄວາມໝັ້ນໃຈເປັນຢ່າງຍິ່ງວ່າລົດທັງ 2 ລຸ້ນ ທີ່ເປີດໂຕໃໝ່ໃນຄັ້ງນີ້ ແລະ ໂຊລູມ – ສູນບໍລິການກີລີ ລາວ ຈະສາມາດຕອບສະໜອງຄວາມຕ້ອງການ ແລະ ໃຫ້ທ່ານໄດ້ພົບກັບປະສົບການທີ່ເກີນຄວາມຄາດຫວັງຂອງທ່ານ ເພື່ອອຳນວຍຄວາມສະດວກແກ່ລູກຄ້າແບບຄົບວົງຈອນດ້ວຍມາດຕະຖານດຽວກັນໃນທົ່ວປະເທດ, ກີລີ ລາວ ມີແຜນທີ່ຈະຂະຫຍາຍສາຂາໄປທາງພາກໃຕ້ໃນໄວໆນີ້