ເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ລາວ-ຫວຽດນາມ ມີ 200 ກວ່າຫົວໜ່ວຍວິສາຫະກິດເຂົ້າຮ່ວມ

87

ເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ລາວ-ຫວຽດນາມ ປະຈຳປີ 2022 ມີຫົວໜ່ວຍທຸລະກິດເຂົ້າຮ່ວມ 200 ກວ່າຫົວໜ່ວຍ ເຊິ່ງເປັນຈັດຂຶ້ນເປັນເວລາ 4 ວັນ ລະຫວ່າງ 3 ຫາ 7 ພະຈິກນີ້ ທີ່ສູນການຄ້າລາວ-ໄອເຕັກ (ຫຼັງເກົ່າ).

ກະຊວງປ້ອງກັນປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ລາວ-ຫວຽດນາມ ປີ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຂຶ້ນທີ່ສູນການຄ້າລາວໄອເຕັກ ໃນລະຫວ່າງວັນທີ 3 ຫາ 7 ພະຈິກ 2022 ໂດຍການເປັນປະທານຮ່ວມເປີດງານຂອງ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີປ້ອງກັນປະເທດ ສປປ ລາວ; ທ່ານ ພົນໂທ ຫວູ້ ຮາຍ ສານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ; ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າຈາກພາກລັດ, ບໍລິສັດ ລັດວິສະຫະກິດ ແລະ ບັນດາ ຫ້າງຮ້ານຕ່າງໆ ລາວ-ຫວຽດນາມ ເຂົ້າຮ່ວມ.

ໃນພິທີທ່ານ ພົນຕີ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ປີ 2022 ເປັນປີທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ,ຫວຽດນາມ-ລາວ ຄື: ວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ຊຶ່ງປະກອບດ້ວຍຫຼາຍກິດຈະກຳ, ສຳລັບສອງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວຮ່ວມກັນມີ 8 ກິດຈະກໍາໃຫຍ່ຄື ອັນພົ້ນເດັ່ນໄດ້ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງຢ້ຽມຢາມ ເຊິ່ງກັນ ແລະ ກັນ, ຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອສອງວັນດັ່ງກ່າວ, ເປີດໂຄງການພັດທະນາກຸ່ມບ້ານຊາຍແດນ, ແລກປ່ຽນການສະແດງສີລະປະ, ຈັດຕັ້ງຫັດແອບຝຶກຊ້ອມຮ່ວມກັນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະ ກິດຈະກໍາອື່ນໆ ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ.

ງານວາງສະແດງ ແລະ ຈຳໜາຍສິນຄ້າ ລາວ-ຫວຽດນາມ ໃນຄັ້ງນີ້, ແມ່ນໜຶ່ງໃນບັນດາກິດ ຈະກຳການ ຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ທັງເປັນການປະກອບ ສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງຊາດເວົ້າລວມ, ສອງກອງທັບລາວ-ຫວຽດນາມເວົ້າສະເພາະ ກ້າວເຂົ້າສູ່ລວງເລິກ ແລະມີຄຸນະພາບ, ທັງເປີດໂອກາດເພື່ອໃຫ້ ບັນດາວິສາຫະກິດກອງທັບ ລາວ ແລະ ຫວຽດນາມ ໄດ້ນຳສະເໜີບັນດາຜົນງານ, ໂຄສະນາເຜີຍແຜ່ບັນດາຜະລິດຕະພັນຂອງຕົນຕໍ່ສັງຄົມ ແລະສາກົນ, ສ້າງໂອກາດໃຫ້ທັງສອງຝ່າຍໄດ້ຊອກຮູ້ ສຶກສາຂໍ້ມູນຂ່າວສານ, ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເພື່ອກຳນົດແຜນການຍຸດທະສາດໃນການເປີດກວ້າງການພົວພັນຮ່ວມມືກັນ ລະຫວ່າງຫົວໜ່ວຍທຸລະກິດຂອງທັງສອງຝ່າຍ ໃຫ້ຫຼາຍຂຶ້ນ ເພື່ອເຊື່ອມໂຍງເຂົ້າກັນ ແລະມີຄວາມສາມາດແຂ່ງຂັນກັບບັນດາປະເທດໃນຂົງເຂດ ແລະ ສາກົນໃນອະນາຄົດ.

ການວາງສະແດງສິນຄ້າ ລາວ-ຫວຽດນາມ ໃນຄັ້ງນີ້ມີບັນດາຫົວໜ່ວຍການຜະລິດ, ບັນດາບໍລິສັດ-ວິສະຫະກິດ ທີ່ຂຶ້ນກັບກອງທັບປະຊາຊົນລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມງານຫຼາຍກວ່າໃນໄລຍະທີ່ຜ່ານມາ ຊຶ່ງເຮັດໃຫ້ບໍລິມາດ ແລະ ຄວາມຫຼາກຫຼາຍຜະລິດຕະພັນສິນຄ້າກໍເພີ່ມຂຶ້ນ. ໃນນີ້, ກອງທັບປະຊາຊົນລາວ ໄດ້ນໍາເອົາສິນຄ້າ ແລະ ຜະລິດຕະພັນ ຈາກບັນດາຫົວໜ່ວຍການຜະລິດ ແລະ ວິສະຫະກິດຕ່າງໆລວມມີ 16 ຫົວໜ່ວຍ, 390 ລາຍການ, ມີ 12 ຫ້ອງວາງສະແດງສິນຄ້າ ແລະ ກະຊວງອຸດສະຫະກຳ ແລະ ການຄ້າ ມີ 4 ຫ້ອງ, ສຳລັບ ສສ ຫວຽດນາມ ເຂົ້າຮ່ວມທັງໝົດ 86 ຫົວໜ່ວຍ ແລະ ມີ 104 ຫ້ອງວາງສະແດງ ປະກອບມີຜະລິດຕະພັນອຸດສະຫະກຳ, ກະສິກຳ, ຫັດຖະກຳ, ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ-ຜະລິດຕະພັນການຢາ ແລະ ສິນຄ້າອື່ນໆ.