ລົດໄຟລາວ-ຈີນ ຈັດພິທີສ້ອມແປງອຸປະກອນ ແລະ ບຳລຸງຮັກສາລາງຄັ້ງໃຫຍ່ ຫຼັງເປີດນຳໃຊ້ເກືອບຄົບຮອບ 1 ປີ

207

ການເປີດນຳໃຊ້ລົດໄຟ ລາວ-ຈີນ ຢ່າງເປັນທາງການແມ່ນເກືອບຄົບຮອບ 1 ປີ ແລ້ວ (ເປີດວັນທີ 3 ທັນວາ 2021). ສະນັ້ນ, ເພື່ອຮັບປະກັນການແລ່ນລົດໃຫ້ມີຄວາມປອດໄພ, ດ້ານປະລິມານ, ຄຸນນະພາບ ແລະ ປະສິດທິພາບຂອງການຂົນສົ່ງ.

ຕາມຂ່າວ ຊີອາໄອ ລາຍງານວ່າ: ວັນທີ 2 ພະຈິກ 2022 ຜ່ານມາ ບໍລິສັດລົດໄຟ ລາວ-ຈີນ ໄດ້ຈັດພິທີສ້ອມແປງວັດຖຸອຸປະກອນແບບລວມສູນ ແລະ ການບຳລຸງຮັກສາທາງລົດໄຟຄັ້ງທຳອິດຢູ່ເຂດສ້ອມແປງຄົບວົງຈອນນະຄອນຫຼວງວຽງຈັນ.
ການສ້ອມແປງອຸປະກອນແບບລວມສູນນີ້ແມ່ນວິທີທີ່ສຳຄັນເພື່ອເພີ່ມທະວີການຄຸ້ມຄອງອຸປະກອນຂັ້ນພື້ນຖານ ແລະ ຮັບປະກັນຄວາມປອດໄພໃນການຂົນສົ່ງ, ທັງເປັນວຽກງານທີ່ສຳຄັນໃນການຮັກສາ, ຮັບປະກັນຄຸນນະພາບອຸປະກອນ ແລະ ຍົກສູງປະສິດທິພາບ.

ເປົ້າໝາຍໃນການບຳລຸງຮັກສາ ແລະ ສ້ອມແປງວັດຖຸອຸປະກອນແບບລວມສູນຂອງບໍລິສັດທາງລົດໄຟລາວ-ຈີນ ໃນຄັ້ງນີ້ແມ່ນ “ສອງຫຼີກລ່ຽງ ແລະ ໜຶ່ງບັນລຸ” ຫຼີກລ່ຽງການບາດເຈັບເລັກນ້ອຍ ແລະ ອຸປະຕິເຫດຂະໜາດໃຫຍ່ຂອງພະນັກງານປະຕິບັດງານ ແລະ ຫຼີກລ່ຽງອຸບັດຕິເຫດການຂົນສົ່ງລົດໄຟປະເພດ D; ພ້ອມທັງບັນລຸຄຸນນະພາບອຸປະກອນ TQI<4.0mm ໃນພາກການດໍາເນີນງານ.

ໃນພິທີດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ຍັງໄດ້ເນັ້ນເຖິງຄວາມຕ້ອງການປັບປຸງວຽກງານ, ການຈັດວາງຮອບດ້ານ, ການສະໜອງອຸປະກອນ, ບຸກຄະລາກອນ ແລະຊັບພະຍາກອນກໍ່ສ້າງອື່ນໆໃຫ້ພຽງພໍປະຕິບັດມາດຕະຖານທີ່ກຳນົດຢ່າງເຂັ້ມງວດ, ສ້າງເປົ້າໝາຍວຽກງານເປັນແຕ່ລະໄລຍະ, ປະຕິບັດໜ້າທີ່ຮັບຜິດຊອບຄຸ້ມຄອງພາກສະໜາມ, ເພີ່ມທະວີການຄວບຄຸມຄວາມສ່ຽງດ້ານຄວາມປອດໄພ, ຄຸ້ມຄອງຄຸນນະພາບຢ່າງເຂັ້ມງວດ, ດຳເນີນການກວດກາ ແລະ ຕິດຕາມກວດກາ ເພື່ອແກ້ໄຂບັນຫາທີ່ພົບເຫັນຢ່າງທັນການ, ຮັບປະກັນການການບຳລຸງຮັກສາ ແລະ ສ້ອມແປງວັດຖຸອຸປະກອນແບບລວມສູນໃຫ້ສຳເລັດຢ່າງປອດໄພ ແລະ ມີປະສິດທິຜົນສູງ.

ຈາກຂໍ້ມູນຍັງໃຫ້ຮູ້ຕື່ມອີກວ່າ, ໃນສິບ​ເດືອນ​ຫຼັງ​ຈາກ​ການ​ເປີດ​ທາງ​ລົດ​ໄຟ​ຈີນ-ລາວ, ມາ​ຮອດ​ວັນ​ທີ 3 ຕຸລາ​ນີ້, ຂົນສົ່ງ​ຜູ້​ໂດຍສານໄດ້ 7,39 ລ້ານ​ເທື່ອ​ຄົນ​, ​ແລະ ຂົນ​ສົ່ງ​ສິນຄ້າ​ໄດ້ 8,51 ລ້ານ​ໂຕນ, ​ໃນ​ນັ້ນ. ​ມີ​ສິນຄ້າ​ຂ້າມ​ແດນ 1,54 ລ້ານ​ໂຕນ.