ສະພາທີ່ປຶກສາຂອງແຜນງານເຊກາ ໄດ້ຮັບຮອງເອົາຜົນສຳເລັດ

306

ໃນວັນທີ 28 ຕຸລາ 2022 ສະພາທີ່ປຶກສາຂອງແຜນງານ “ ການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ” ( ແຜນງານເຊກາ ) ໄດ້ຈັດກອງປະຊຸມທົບທວນຜົນສຳເລັດ ການຈັດຕັ້ງປະຕິບັດຂອງແຜນງານເຊກາ ຈາກພາກສ່ວນຈັດຕັ້ງປະຕິບັດຈາກພາກລັດ ເປັນຕົ້ນແມ່ນກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງການຕ່າງເທດ ໂດຍມີການນຳສະເໜີຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານ ແຕ່ປີ 2017 ຫາ 2022. ແຜນງານເຊກາ ຈະສິ້ນສຸດໃນວັນທີ 31 ຕຸລາ ແລະ ກະກຽມໃນການຈັດຕັ້ງແຜນງານເຊກາ ໄລຍະ II ເຊິ່ງຄາດຄະເນຈະເລີ່ມສືບຕໍ່ຈັດຕັ້ງປະຕິບັດໃນເດືອນພະຈິກ 2022.

อาจเป็นรูปภาพของ 3 คน และ ผู้คนกำลังยืน

ສະພາທີ່ປຶກສາຂອງແຜນງານເຊກາ ປະກອບມີຜູ້ຕາງໜ້າຈາກຜູ້ຈັດຕັ້ງປະຕິບັດກະຊວງພາຍໃນ, ຜູ້ໃຫ້ທຶນຈາກສະຫະພາບເອິຣົບ, ລັດຖະບານສະທາລະນະລັດສະຫະພັນເຢຍລະມັນ ແລະ ລັດຖະບານສະວິດເຊີແລນ ພ້ອມດ້ວຍບັນດາຄູ່ຮ່ວມຈັດຕັ້ງປະຕິບັດ ເຊັ່ນ: ສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງພາຍໃນ ແລະ ຈີໄອແຊັດ ( GIZ ). ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ນາງ ອັນເນັດ ຄະໂນລບລອກ ( Annette Knobloch ) ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ ປະຈຳ ສປປ ລາວ.

อาจเป็นรูปภาพของ 3 คน, ผู้คนกำลังยืน และ สถานที่ในร่ม

ໃນກອງປະຊຸມ ທ່ານ ນາງ ວິໄລທອນ ສູນທອນໄຊຍະມຸງຄຸນ ຫົວໜ້າຫ້ອງການກະຊວງພາຍໃນ ແລະ ຫົວໜ້າກອງເລຂາແຜນງານເຊກາ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄູ່ຮ່ວມຈັດຕັ້ງປະຕິບັດ ໄດ້ນຳສະເໜີຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດຂອງແຜນງານເຊກາ ນັບຕັ້ງແຕ່ປີ 2017 ຫາ ທ້າຍເດືອນຕຸລາ 2022 ເຊິ່ງມີບັນດາຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດວຽກໃນຂະແໜງການປົກຄອງ ພ້ອມທັງຄະນະປະສານງານຂອງອົງການຈັດຕັ້ງທາງສັງຄົມ ໄດ້ປະກອບຄໍາເຫັນ ແລະ ສົນທະນາແລກປ່ຽນປະສົບການຮ່ວມມືກັບແຜນງານເຊກາ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม

ຜົນສໍາເລັດທີ່ສໍາຄັນຂອງແຜນງານເຊກາ ມີດັ່ງນີ້່:

1. ການສະໜັບສະໜູນການພັດທະນາຂີດຄວາມສາມາດໃຫ້ແກ່ 37 ອົງການຈັດຕັ້ງທາງສັງຄົມ ໂດຍຜ່ານທຶນຊ່ວຍເຫຼືອລ້າຂະໜາດນ້ອຍ ຈາກການສະໜັບສະໜູນໂດຍແຜນງານເຊກາ ໃນການປັບປຸງຄວາມອາດສາມາດຂອງອົງກອນ ແລະ ພົນລະເມືອງລາວ ຫຼາຍກວ່າ 9 ພັນຄົນ ທີ່ໄດ້ຮັບຜົນປະໂຫຍດ; ການພົວພັນ ແລະ ການສົນທະນາລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລາວ ໄດ້ຮັບການປັບປຸງ; ໄລຍະເວລາໃນການລົງທະບຽນຂອງອົງການຈັດຕັ້ງທາງສັງຄົມລາວໄດ້ຫຼຸດລົງຈາກ 595 ມື້ ໃນປີ 2018 ມາເປັນ 151 ມື້ ໃນປີ 2022.

อาจเป็นรูปภาพของ 4 คน, ผู้คนกำลังยืน และ สถานที่ในร่ม

อาจเป็นงานศิลปะรูป 4 คน, ผู้คนกำลังยืน และ สถานที่ในร่ม

2. ສົ່ງເສີມການຮຽນຮູ້ ແລະ ຖອດຖອນບົດຮຽນຈາກປະສົບການຂອງສະພາແຫ່ງຊາດ ສູ່ສະພາປະຊາຊົນຂັ້ນແຂວງ 18 ແຂວງທົ່ວປະເທດໃນການປະຕິບັດພາລະບົດບາດ ແລະ ຂັ້ນຕອນຂອງສະພາແຫ່ງຊາດ; ຊຸກຍູ້ໃຫ້ສະພາປະຊາຊົນຂັ້ນແຂວງ ທັງໝົດ ສາມາດດຳເນີນງານ ແລະ ນຳໃຊ້ກົນໄກຕ່າງໆ ເພື່ອໝູນໃຊ້ເຂົ້າໃນການມີສ່ວນຮ່ວມກັບສາທາລະນະ ເປັນຕົ້ນແມ່ນ: ການຮັບຟັງຄຳຄິດເຫັນປະຊາຊົນ ແລະ ການທາບທາມຄຳຄິດເຫັນ, ການລົງເຜີຍແຜ່ ແລະ ການຕິດຕາມກວດກາ, ສາຍດ່ວນຂອງປະຊາຊົນ; ສະໜອງຂໍ້ສະເໜີແນະຂອງຊ່ຽວຊານໃນການສ້າງນິຕິກຳ; ເສີມສ້າງ ຄວາມຮູ້ໃນການທົບທວນການຕິດຕາມກວດກາງົບປະມານໃຫ້ແກ່ພະນັກງານຂອງສະພາປະຊາຊົນຂັ້ນແຂວງທີ່ຜ່ານການຝຶກອົບຮົມຫຼາຍກວ່າ 1.200 ທ່ານ.

อาจเป็นรูปภาพของ 4 คน และ สถานที่ในร่ม

3. ປູກຈິດສຳນຶກກ່ຽວກັບກົດໝາຍ ແລະ ສິດທິຂອງພົນລະເມືອງ ແລະ ການໃຫ້ຄວາມຊ່ວຍເຫຼືອໃນການເຂົ້າເຖິງຂະບວນການຍຸຕິທໍາ, ສ້າງຄວາມເຂັ້ມແຂງກ່ຽວກັບບັນຫາເພດພາວະໃນວຽກໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ສະໜັບສະໜູນການເພີ່ມທະວີບົດບາດການປະສານງານຂອງກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດພັນທະກົດໝາຍສາກົນຂອງ ສປປ ລາວ.

อาจเป็นรูปภาพของ 5 คน และ สถานที่ในร่ม

ສະມາຊິກສະພາທີ່ປຶກສາ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດຂອງແຜນງານເຊກາ ເຊິ່ງຄູ່ຮ່ວມພັດທະນາຂອງທີມເອີຣົບ ໃຫ້ການຢືນຢັນອີກເທື່ອໜຶ່ງຕໍ່ການຮ່ວມມືໃນການສະໜັບສະໜູນວຽກງານປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດໃນ ສປປ ລາວ ໃນໄລຍະ II ຂອງແຜນງານເຊກາ. ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສົນທະນາ ແລະ ແລກປ່ຽນຢ່າງກົງໄປກົງມາ. ສະມາຊິກສະພາທີ່ປຶກສາຂອງແຜນງານເຊກາ ຢືນຢັນເຖິງຄວາມຕັ້ງໃຈຮ່ວມກັນໃນການເລີ່ມຕົ້ນການຈັ້ດຕັ້ງປະຕິບັດ “ ແຜນງານເຊກາ ໄລຍະ II ” ໃນເດືອນພະຈິກ 2022.

อาจเป็นรูปภาพของ 14 คน, ผู้คนกำลังยืน และ สถานที่ในร่ม

ແຜນງານເຊກາ ເປັນຈຸດລິເລີ່ມຮ່ວມກັນລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ ທີມເອີຣົບ ” ເຊິ່ງລວມມີ: ສະຫະພາບເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານສະວິດເຊີແລນ. ຈີໄອແຊັດ ( GIZ ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດແຜນງານຮ່ວມກັບ ກະຊວງພາຍໃນ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມ ໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາປະເທດຊາດ ໂດຍສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ອ່ານຂໍ້ມູນເພີ່ມຕື່ມໄດ້ທີ່: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ( CEGGA ) ( giz.de ).