ເດືອນຕຸລາອັດຕາເງິນເຟີ້ໃນເອີໂຣໂຊນ ເພີ່ມຂຶ້ນ 10,7%

33

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການສະຖິຕິເອີຣົບ ລາຍງານວ່າ ຍ້ອນໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ, ສົ່ງຜົນໃຫ້ລາຄາພະລັງງານ ແລະ ອາຫານຢູ່ເຂດທີ່ໃຊ້ສະກຸນເງິນເອີໂຣ ( ເອີໂຣໂຊນ ) ໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະອັດຕາເງິນເຟີ້ໃນເດືອນຕຸລາຜ່ານມານີ້ ໄດ້ເພີ່ມຂຶ້ນຫຼາຍກວ່າ 10,7% ກາຍເປັນຕົວເລກສະຖິຕິໃໝ່ໃນປະຫວັດສາດ.

No photo description available.

ສຳລັບລາຄາພະລັງງານຢູ່ໃນບັນດາປະເທດທີ່ໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນ 41,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນຫຼາຍເດືອນຜ່ານມານີ້, ລາຄາພະລັງງານ ແລະ ອາຫານໄດ້ເພີ່ມສູງຂຶ້ນ, ການສະໜອງມີຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການເພີ່ມຂຶ້ນ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ – 19. ສາເຫດເຫຼົ່ານີ້ໄດ້ເຮັດໃຫ້ຄວາມກົດດັນດ້ານລາຄາ ແລະ ອັດຕາເງິນເຟີ້ຢູ່ໃນເອີໂຣໂຊນ ເພີ່ມສູງຂຶ້ນ.

No photo description available.

ໃນຂະນະທີ່ທະນາຄານກາງເອີຣົບ ໄດ້ເພີ່ມອັດຕາດອກເບ້ຍ 0,75% ລວມການປັບອັດຕາດອກເບ້ຍໄດ້ເພີ່ມຂຶ້ນ ເຖິງ 2% ນັບແຕ່ຕົ້ນປີມານີ້. ພາຍຫຼັງ ທ່ານ ນາງ ຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບ ຄາດວ່າໃນອະນາຄົດ ອາດຈະສືບຕໍ່ເພີ່ມອັດຕາດອກເບ້ຍຂຶ້ນຕື່ມອີກ ຍ້ອນວ່ານະໂນບາຍເງິນຕາໄດ້ເກີດຜົນຢ່າງຊັກຊ້າ ແລະ ບໍ່ມີປະສິດທິຜົນຕໍ່ການຄວບຄຸມອັດຕາເງິນເຟີ້ໂດຍກົງໃນໄລຍະສັ້ນ.