ກຽມຈັດງານສັບປະດາດິຈິຕ໋ອນເດືອນທັນວານີ້ ຄາດຈະມີທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຈຳນວນຫຼາຍ

105

ກະຊວງເຕັກໂນໂລຊີ ແລະ ການສື່ສານ(ຕສ)ໄດ້ຖະແຫຼງຂ່າວກຽມຈັດງານສັບປະດາດິຈິຕອນ (Digital Week) ປະຈໍາປີ 2022 ຂຶ້ນໃນວັນທີ 2 ຕຸລາ 2022 ທີ່ກະຊວງ ຕສ ໂດຍການຖະແຫຼງຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຕສ ມີການນໍາກະຊວງ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ – ທຸລະກິດເຂົ້າຮ່ວມ.

ທ່ານກ່າວວ່າ: ງານດັ່ງກ່າວຈະຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: “ການຮ່ວມມືທຸກຂະແໜງການທົ່ວສັງຄົມ ເພື່ອຫັນເປັນດິຈິຕອນ” ຫຼື “Collaboration across Lao Digital Transformation” ຢູ່ໃນທ້າຍເດືອນທັນວາ 2022 ນີ້.

ຈຸດປະສົງຂອງການຈັດງານສັບປະດາດິຈິຕ໋ອນ (Digital Week) ປະຈໍາປີ 2022 ຈັດຂຶ້ນ ເພື່ອຜັນຂະຫຍາຍແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີຄັ້ງທີ III (2021-2025) ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປລາວ, ເພື່ອສົ່ງເສີມການນໍາໃຊ້ ເຕັກໂນໂລຊີນະວັດຕະກຳ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT), ໂທລະຄົມມະນາຄົມ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ, ເພື່ອຄັດເລືອກຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າແຂ່ງຂັນໃນລະດັບເວທີພາກພື້ນອາຊຽນ ແລະ ສາກົນ.ເປັນຕົ້ນ ງານແຂ່ງຂັນ ASEAN ICT Award 2022.
ໃນງານຄັ້ງນີ້ຈະມີຫຼາຍກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເປັນງານມະຫະກຳເຕັກໂນໂລຊີ ແລະ ການສື່ສານ ຈະປະກອບມີ: ງານວາງສະແດງ ກ່ຽວກັບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ນະວັດຕະກຳ ແລະ ຜົນງານການຄົ້ນຄ້ວາ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງ ຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth), ແລະ Post Mart.

ກອງປະຊຸມສຳມະນາ ກ່ຽວກັບເຕັກໂນໂລຊີຍຸກໃໝ່, ເສດຖະກິດດິຈິຕ໋ອນ, ຄວາມປອດໄພທາງໄຊເບີ, ການຄ້າອອນລາຍ, ການບໍລິຫານລັດແບບທັນສະໄໝ, ການພັດທະນາອຸດສາຫະກຳ 4.0, ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ກຸ່ມຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ແລະ ເຕັກໂນໂລຊີ 5G; ເວທີໃນການພົບປະ (Networking) ສົນທະນາປຶກສາຫາລື ແລະ ແລກປ່ຽນກັນ ທາງດ້ານການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ; ແລະ ກິດຈະກໍາການແຂ່ງຂັນ Lao ICT Awards 2022, ການແຂ່ງຂັນຄວາມປອດໄພທາງໄຊເບີ, Start-up , Hackathon, ນະວັດຕະກໍາ Innovation Awards.

ງານສັບປະດາດິຈິຕອນ ຄັ້ງນີ້ ພວກເຮົາໄດ້ວາງຮູບແບບຜູ້ຮ່ວມສະໜັບສະໜູນເປັນ 4 ປະເພດ: 1) Diamond, 2) Platinum, 3) Gold ແລະ 4) Silver ແຕ່ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜນປ້າຍຂອງງານ ແລະ ສິດທິພິເສດອີກຫຼາກຫຼາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້ ສຳຫຼັບພາກລັດແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງຟຣີ.
ປັດຈຸບັນ, ພວກເຮົາໄດ້ຮັບການສະໜັບສະໜູນຈາກບັນດາຜູ້ປະກອບການທຸລະກິດ ແລະ ຫ້າງຮ້ານຕ່າງໆແລ້ວເຊັ່ນ: ລາວໂທລະຄົມ, Unitel, AIF group, Kolao, LaoGateway, ETL, LaoSAT, SB-LAB856 ແລະ ມີຜູ້ສະໜັບສະໜູນດ້ານສື່ໂຄສະນາ ຈາກ GURU, Muan.LA, LaoX.

ຜູ້ທີສົນໃຈ ເຂົ້າຮ່ວມສະໜັບສະໜູນ ສາມາດຕິດຕໍ່: ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການກະຊວງ