ເຈົ້າໜ້າທີ່ກວດກາການຄ້າອຸດົມໄຊ ລົງກວດກາສິນຄ້າຢູ່ຕະຫຼາດເທດສະບານແຂວງ ພົບສິນຄ້າໝົດອາຍຸຫຼາຍລາຍການ

112

ວັນທີ່ 1 ພະຈິກ 2022 ນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສະຫະກຳ ແລະ ການຄ້າແຂວງອຸດົມໄຊ ນຳໂດຍ ທ່ານ ນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບພະນັກງານຄຸ້ມຄອງຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ເຂົ້າຮ່ວມ ເຊິ່ງການລົງເຄື່ອນໄຫວກວດກາສິນຄ້າຂອງເຈົ້າໜ້າທີ່ຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້.

ທ່ານ ນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ການລົງຄັ້ງນີ້ກໍເພື່ອເກັບກຳຂໍ້ມູນສິນຄ້າທີ່ມີລາຄາແພງ ເພື່ອນຳເຂົ້າປຶກສາຫາລືຊອກຫາວີທີການແກ້ໄຂໃນຕໍ່ໜ້າ. ນອກຈາກການລົງກວດກາລາຄາສິນຄ້າແລ້ວ ເຈົ້າໜ້າທີ່ກວດກາຍັງໄດ້ກວດກາເບິ່ງສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງ, ສິນຄ້າໝົດອາຍຸ ເພື່ອບໍ່ໃຫ້ບັນດາພໍ່່ຄ້າ, ແມ່ຄ້າ ເອົາປຽບຜູ້ບໍລິໂພກ ດ້ວຍການນຳເອົາສິນຄ້າໝົດອາຍຸມາວາງຂາຍໃນທ້ອງຕະຫຼາດໃຫ້ກັບຜູ້ບໍລິໂພກ.

ການລົງກວດກາຂອງເຈົ້າໜ້າທີ່ຄັ້ງນີ້ ແມ່ນໄດ້ລົງກວດກາຢູ່ສອງຕະຫຼາດເທດສະບານແຂວງຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ຈຳນວນ ທັງໝົດ 9 ຮ້ານ ສາມາດກວດພົບ ພ້ອມທັງຍຶດປະເພດອາຫານແຊ່ແຂງທີ່ໝົດອາຍຸຫຼາຍລາຍການຄື: ຮ໋ອດດອກ ຈຳນວນ 120 ຖົງ ສີນສ່ວນຊີ້ນໄກ່ ຈຳນວນ 28 ຖົງ, ເຄື່ອງໃນໄກ່ຈຳນວນ 25 ຖົງ, ຕີນໄກ່ ຈໍານວນ 1 ກິໂລ, ຕີນໝູ ຈໍານວນ 10,4 ກິໂລ, ຊີ້ນໝູຈຳນວນ 4 ຖົງ, ຊີ້ນສົມ ຈໍານວນ 18 ຖົງ, ລວມມູນຄ່າທັງໝົດ 7.371.000 ກີບ ເຊິ່ງອາຫານຈຳນວນດັ່ງກ່າວແມ່ນຈະໄດ້ນຳໄປທຳລາຍຖີ້ມ.

ສຳລັບວິທີການແກ້ໄຂໃນຕໍ່ໜ້າ ແມ່ນຈະໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂໃຫ້ຖືກຕ້ອງ, ເໝາະສົມ ແລະ ຕ່າງມີຜົນປະໂຫຍດທັງສອງຝ່າຍ ຊຸກຍູ້ສົ່ງເສີມໃຫ້ມີການຜະລິດພາຍໃນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນພຶດພັກ, ໄຂ່, ປາ ແລະ ອາຫານປະເພດອື່ນໆຕາມກໍາລັງ ແລະ ທ່າແຮງທີ່ເຮົາມີ ເພື່ອລຸດຜ່ອນການນຳເຂົ້າທີ່ມີຕົ້ນທຶນສູງ. ນອກຈາກນີ້ ເຈົ້າໜ້າທີ່ກວດກາການຄ້າ ຍັງໄດ້ກວດບັນດາຕາຊີງຂອງແມ່ຄ້າໃນທ້ອງຕະຫຼາດ, ກວດກາບັນດາສິນຄ້າທີ່ນິຍົມບໍລິໂພກເຊັ່ນ ໄຂ່ໄກ່, ໝີ່, ຜັກບົ່ວ, ຜັກຫອມ, ເຂົ້າສານ, ແລະ ອື່ນໆ. ທັງນີ້, ກໍເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດບໍ່ໃຫ້ສູງເກີນໄປ ແລະ ທັງເປັນການເກັບກຳຂໍ້ມູນເພື່ອນຳໄປປຶກສາຫາລືກັບຂະ ແໜງການທີ່ກ່ຽວຂ້ອງ ເພື່ອຊອກໃຫ້ໄດ້ວິທີການແກ້ໄຂ ສະເພາະໜ້າ ແລະ ຍາວນານຕື່ມອີກ.

ຂອບໃຈຂ່າວ ແລະ ພາບແຂວງອຸດົມໄຊ