ຫຼວງພະບາງ ຟອມຮ້ອນແຮງລ້າງແຄ້ນ ຈໍາປາສັກ ກາຍເປັນທີມທີ 2 ຜ່ານເຂົ້າຮອບ 8 ທີມ

77

ທີມບານເຕະຊາຍແຂວງຈໍາປາສັກ ໃນນາມແຊັມເກົ່າງານເຂົ້າເຕັມໆຫຼັງເສຍໃຫ້ກັບ ຫຼວງພະບາງ 0-2 ໃນການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ປະຈໍາວັນທີ 1 ພະຈິກ 2022 ເຮັດໃຫ້ ຕົກລົງໄປຢູ່ອັນດັບສຸດທ້າຍຂອງກຸ່ມ ຄ ຈາກການມີພຽງ 1 ຄະແນນ, ສ່ວນ ຫຼວງພະບາງ ເກັບເພີ່ມເປັນ 6 ຄະແນນຜ່ານເຂົ້າຮອບເປັນທີ່ແນ່ນອນແລ້ວ.

ຈາກການແຂ່ງຂັນວັນດັ່ງກ່າວຂອງກຸ່ມ ຄ ຫຼວງພະບາງ ຊະນະ ຈໍາປາສັກ 2-0 ແລະ ຫົວພັນ ເສຍໃຫ້ກັບ ສະຫວັນນະເນດ 0-2 ເຮັດໃຫ້ ຫຼວງພະບາງ ເກັບເພີ່ມເປັນ 6 ຄະແນນຢຶດທີມນໍາ ພ້ອມສິດໄປຮອບ 8 ທີມສຸດທ້າຍແນ່ນອນແລ້ວ ແລະ ເປັນທີມທີ 2 ຕໍ່ຈາກແຂວງຊຽງຂວາງ ທີ່ໄດ້ເຂົ້າຮອບ, ສ່ວນ ສະຫວັນນະເຂດ ເກັບ 3 ຄະແນນທໍາອິດ, ຫົວພັນ ກັບ ຈໍາສັກ ຍັງມິີ 1 ຄະແນນເທົ່າກັນ.

ເຮັດໃຫ້ຕ້ອງໄປຕັດສິນເຂົ້າຮອບນັດສຸດທ້າຍຄື: ແຂວງຫົວພັນ ພົບກັບ ຫຼວງພະບາງ ທີ່ສະໜາມກີລາກອງທັບ ຫຼັກ 5 ແລະ ຈໍາປາສັກ ພົບ ສະຫວັນນະເຂດ ແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ແຂ່ງຂັນພ້ອມກັນເວລາ 15:30 ໂມງ.