ກຽມຮັບມືອາກາດໜາວ ອາທິດນີ້ອາກາດຈະເຢັນ ຫາ ໜາວເຢັນລົງ 1-2 ອົງສາ ໃນແຕ່ລະພາກ

65

ສະພາບອາກາດປ່ຽນແປງ, ອຸຕຸຄາດອາທິດນີ້ອຸນຫະພູມອາກາດຈະເຢັນ ຫາ ໜາວເຢັນລົງ 1-2 ອົງສາ ໃນແຕ່ລະພາກ ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງຮັກສາສຸຂະພາບ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 31 ຕຸລາ ຫາ 06 ພະຈິກ 2022 ວ່າ: ໄລຍະວັນທີ 31 ຕຸລາ ຫາ 6 ພະຈິກນີ້ ມວນອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 2ອົງສາຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະຕົ້ນ ຫາ ກາງອາທິດ ແຕ່ວັນທີ 31 ຕຸລາ ຫາ 3 ພະຈິກ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ຈາກນັ້ນໃນໄລຍະທ້າຍອາທິດ ແຕ່ວັນທີ 4 ຫາ 6 ພະຈິກ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖີ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 11 – 15 ອົງສາ ແລະ ສູງສຸດ 21 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະຕົ້ນ ຫາ ກາງອາທິດ ແຕ່ວັນທີ 31 ຕຸລາ ຫາ 3ພະຈິກອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ຈາກນັ້ນໃນທ້າຍອາທິດ ແຕ່ວັນທີ 4 ຫາ 6 ພະຈິກ ອາກາດຍັງຈະເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 13 – 19 ອົງສາ ແລະ ສູງສຸດ 28 – 32 ອົງສາ.

ພາກກາງ: ໄລຍະວັນທີ 31 ຕຸລາ ຫາ 6 ພະຈິກ ອາກາດຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 18 – 22 ອົງສາ ແລະ ສູງສຸດ 26 –32 ອົງສາ. ສຳລັບແຂວງ ໄຊສົມບູນ: ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 08 – 10 ອົງສາ ແລະ ສູງສຸດ 27 – 29 ອົງສາ.

ພາກໃຕ້: ໃນໄລຍະວັນທີ 31 ຕຸລາ ຫາ 6 ພະຈິກ ອາກາດຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 18 – 22 ອົງສາ ແລະ ສູງສຸດ 28 – 32 ອົງສາ. ສໍາລັບເຂດພູພຽງບໍລະເວນ: ໄລຍະວັນທີ 31 ຕຸລາ ຫາ 4 ພະຈິກ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນໃນທ້າຍອາທິດວັນທີ 5 ຫາ 6 ພະຈິກ ອາກາດຍັງຈະໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 10 – 12 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 31 ຕຸລາ ຫາ 6 ພະຈິກ ອາກາດຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ບາງບໍລິເວນ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 32 – 34 ອົງສາ.