ໄຟຟ້າ ຫົງສາ ມອບທຶນການສຶກສາລະດັບປະລິນຍາຕີ 5 ທຶນ ມູນຄ່າ 276 ລ້ານກວ່າກີບ

176

ພິທີມອບທຶນການສຶກສາໂຄງການ Local Scholarship Student Program (LSSP) ປະຈໍາປີ 2022 ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດຂຶ້ນໃນວັນທີ 29 ຕຸລາ 2022 ໂດຍພະແນກຊັບພະຍາກອນມະນຸດ ຝ່າຍ Corporate Services (CS) ເຊິ່ງເປັນທຶນການສຶກສາລະດັບ ປະລິນຍາຕີ ໃຫ້ກັບນັກສຶກສາໃນເຂດເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ລວມທັງໝົດ ຈໍານວນ 5 ທຶນ ມູນຄ່າ 276.840.000 ກີບ ໃນສາຂາວິຊາຕ່າງໆເຊັ່ນ: ສາຂາວິສະວະກໍາບໍ່ແຮ່ ຈໍານວນ 2 ທຶນ, ສາຂາວິສະວະກໍາເຄື່ອງກົນ 1 ທຶນ, ສາຂາບັນຊີ 1 ທຶນ ແລະ ສາຂາເຄມີ 1 ທຶນ.

ໂຄງການ Local Scholarship Student Program (LSSP) ເປັນໂຄງການມອບທຶນການສຶກສາໂດຍ ບໍລິສັດ ໄຟຟ້າ ຫົງສາ ເຊິ່ງຈັດຂຶ້ນຕາມພັນທະສັນຍາ ທີ່ຈະຕ້ອງປະຕິບັດຕາມສັນຍາສໍາປະທານ ວ່າດ້ວຍການພັດທະນາຄຸນນະພາບຊີວິດ ແລະ ສັງຄົມອ້ອມຂ້າງ ຈຶ່ງໄດ້ໃຫ້ຄວາມສໍາຄັນໃນການພັດທະນາເຍົາວະຊົນ ອັນຈະເປັນກໍາລັງສໍາຄັນໃນການພັດທະນາບ້ານເມືອງ ແລະ ປະເທດຊາດໃນອະນາຄົດ. ນອກຈາກນນີ້, ບໍລິສັດ ໄຟຟ້າ ຫົງສາ ຍັງໃຫ້ການສະນັບສະໜຸນທຶນການສຶກສາແກ່ນັກຮຽນທີ່ມີຜົນການຮຽນດີ ໃນລະດັບຊັ້ນປະຖົມສຶກສາ, ມັດທະຍົມສຶກສາ ແລະ ລະດັບປະລິນຍາຕີ ໃນເຂດ ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສປປ ລາວ. ມາຕັ້ງແຕ່ປີ 2011 ຈົນເຖິງປັດຈຸບັນ ລວມແລ້ວຫຼາຍກວ່າ 470 ທຶນ.

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ (Hongsa Power Company Limited) ດໍາເນີນທຸລະກິດພະລັງງານໄຟຟ້າ ມີຜູ້ຖືຮຸ້ນ 3 ບໍລິສັດ ໄດ້ແກ່: ບໍລິສັດ ບ້ານປູ ພາວເວີ ຈໍາກັດ (ມະຫາຊົນ), ບໍລິສັດ ຣາດກຣຸບ ຈໍາກັດ (ມະຫາຊົນ) ໂດຍເປັນບໍລິສັດລູກຂອງ ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເລຊັນ ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ ພາຍໃຕ້ຊື່ທີ່ເອີ້ນກັນທົ່ວໄປວ່າ “ໂຮງໄຟຟ້າຫົງສາ” ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູລີ.