ຊາອຸດິດ ອາຣັບບີ ອາດປັບຫຼຸດລາຄານ້ຳມັນດິບໃຫ້ລູກຄ້າໃນອາຊີ

42

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 31 ຕຸລາຜ່ານມາວ່າ: ບໍລິສັດຊາອຸດິ ອາຣາມໂຄ ເຊິ່ງເປັນລັດວິສາຫະກິດຂອງຊາອຸດິດ ອາຣັບບີ ຜູ້ສົ່ງອອກນ້ຳມັນລາຍໃຫຍ່ຂອງໂລກ ອາດຈະປັບລາຄານ້ຳມັນດິບ ສ່ວນໃຫຍ່ທີ່ສົ່ງໄປຍັງອາຊີ ໃນເດືອນທັນວານີ້ ຫຼັງຈາກທີ່ທ່າອ່ຽງການໃຊ້ນ້ຳມັນເຊື້ອໄຟໃນຈີນຫຼຸດລົງກວ່າທີ່ຄາດການໄວ້ ສົ່ງຜົນໃຫ້ອຸປະສົງໃນພາກພື້ນອາຊີຫຼຸດລົງ.

No photo description available.

ລາຍງານລະບຸວ່າ: ບໍລິສັດ ຊາອຸດິດ ອາຣັບໂຄ ອາດຈະປັບຫຼຸດລາຄາຂາຍນ້ຳມັນດິບປະເພດ Arab Light ລົງປະມານ 30 – 40 ເຊັນຕໍ່ບາເຣວ ໃນເດືອນທັນວາຈະເຖິງນີ້ ເນື່ອງຈາກຈີນ ເປັນຜູ້ຊື້ນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ໄດ້ອອກມາດຕະການຄວບຄຸມໂຄວິດ – 19 ຢ່າງເຂັ້ມງວດ ເຮັດໃຫ້ຄວາມຕ້ອງການໃຊ້ນ້ຳມັນຫຼຸດລົງກວ່າທີ່ຄາດການໄວ້.

No photo description available.