ຫວຽດນາມ – ຈີນ ຮັດແໜ້ນການຮ່ວມມື ເພື່ອການພັດທະນາ

28

ສຳນັກຂ່າວຊິນຫົວລາຍງານວ່າ: ໃນຕອນບ່າຍວັນທີ 31 ຕຸລາ 2022 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ.

May be an image of 2 people, people standing and text

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ສີຈິ້ນຜິງ ໄດ້ພົບປະກັບ ສະຫາຍ ຫງວຽນ ຝູຈ້ອງ, ສອງຝ່າຍໄດ້ເປັນເອກະພາບກັນຫຼາຍບັນຫາຢ່າງເລິກເຊິ່ງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ນຳເອົາການພົວພັນຂອງສອງຝ່າຍ ສືບຕໍ່ພັດທະນາຢ່າງປອດໃສ, ມີສະຖຽນລະພາບ ແລະ ໝັ້ນຄົງໜັກແໜ້ນ.

May be an image of 2 people and people standing

ສອງຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນ, ພົບປະລະຫວ່າງການນຳຂັ້ນສູງຂອງສອງພັກ – ສອງລັດຢ່າງເປັນປົກກະຕິ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລກປ່ຽນ, ແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ໃນການພົວພັນສອງຝ່າຍຢ່າງທັນການ ແລະ ຮັກສາຖ່ວງທ່າພັດທະນາຢ່າງປອດໃສ, ມີສະຖຽນລະພາບໃນການພົວພັນລະຫວ່າງສອງປະເທດ ເພື່ອແນໃສ່ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສະຫາຍ ສີຈິ້ນຜິງ ແລະ ສະຫາຍ ຫງວຽນ ຝູຈ້ອງ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນເອກະສານຮ່ວມມືຈໍານວນໜຶ່ງຂອງສອງຝ່າຍ ກ່ຽວກັບດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ການຄຸ້ມຄອງສິ່ງແວດລ້ອມ, ວັດທະນະທໍາ ແລະ ທ່ອງທ່ຽວ, ຍຸຕິທໍາ, ພາສີ ແລະ ວຽກງານທ້ອງຖິ່ນ.