ໄຊສົມບູນ ມີແຜນສະຫງວນເຂດພູຫົວໂລ້ນເປັນແຫຼ່ງທ່ອງທ່ຽວສຳຄັນຂອງແຂວງ

325

ໄປໄຊສົມບູນ ສິ່ງໜຶ່ງທີ່ຕ້ອງໄດ້ກັບມາຄື ຖ່າຍຮູບຄູ່ຄວາມສວຍງາມຂອງພູຜາປ່າໄມ້ ເຊິ່ງບໍ່ມີສະເພາະພູເບ້ຍ ແຕ່ພູຫົວໂລ້ນກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວ ເນື່ອງຈາກເປັນພື້ນທີ່ໆສວຍງາມແຕກຕ່າງກັນທັງລະດູແລ້ງ ແລະລະດູຝົນ ແຂວງຈຶ່ງມີແຜນສະຫງວນພື້ນທີ່ແຫ່ງນີ້ໃຫ້ເປັນທົ່ງຫຍ້າແບບທີ່ທຳມະຊາດສ້າງຂຶ້ນ ເພື່ອຕ້ອນຮັບແຂກຄົນຈາກທຸກມຸມໂລກໄດ້ມາສຳຜັດກໍ່ຄືໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງນັ້ນເອງ.


ໃນຕອນເຊົ້າຂອງວັນທີ 1 ພະຈິກ 2022 ນີ້ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງແຫຼ່ງທ່ອງທ່ຽວ ພູຫົວໂລ້ນ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຂຶ້ນ ທີ່ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໂດຍການເປັນປະທານຂອງ ທ່ານ ທົງສະຫວັນ ໂພສາລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີ ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດ ອຳນາດການປົກຄອງບ້ານ ແລະ ເຈົ້າຂອງດິນເຂົ້າຮ່ວມ.


ກອງປະຊຸມໃນຄັ້ງນີ້ ທ່ານ ຄຳຜ່ານ ອຸດສີບຸນມີ, ຮອງຫົວໜ້າຂະແໜງທ່ອງທ່ຽວ ໄດ້ແນະນໍາກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ແລະ ນຳໃຊ້ພູຫົວໂລ້ນ ເຊິ່ງ ເປັນແຫຼ່ງທ່ອງທ່ຽວໜຶ່ງທີ່ມີຄວາມສວຍງາມ ມີຄວາມເປັນເອກະລັກ ແລະ ກຳລັງເປັນທີ່ນິຍົມ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຊິ່ງຖືກຂະໜານນາມວ່າ ເປັນນີວຊີແລນເມືອງລາວ.

ສໍາລັບການຄຸ້ມຄອງແຫຼ່ງທ່ອງທ່ຽວພູຫົວໂລ້ນ ຕາມແຜນພັດທະນາການທ່ອງທ່ຽວ ແຂວງໄຊສົມບູນ ສຳລັບ ປີ 2021-2025 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ກຳນົດເປັນເຂດສະຫງວນ ເພື່ອພັດທະນາເປັນສະຖານທີ່ທ່ອງທ່ຽວ ທີ່ສາມາດດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວ ຢູ່ແຂວງໄຊສົມບູນ ນັບມື້ຫຼາຍຂຶ້ນ, ຈິ່ງໄດ້ມີການປຶກສາລື-ຄົ້ນຄວ້າ ກ່ຽວກັບການອຳນວຍຄວາມສະດວກໃນການເຂົ້າເຖິ່ງ ແລະ ການຄຸ້ມຄອງສະຖານທີ່ທ່ອງທ່ຽວພູຫົວໂລ້ນ.

ເຊິ່ງພາສ່ວນທີ່ກ່ຽວຂ້ອງໄດ້ສະເໜີຕໍ່ກັບພໍ່ແມ່ປະຊາຊົນ ກໍຄື ເຈົ້າຂອງພື້ນທີ່ພູຫົວໂລ້ນ ໃຫ້ຊ່ວຍກັນປົກປັກຮັກສາຄວາມສວຍສົດງົດງາມຂອງພູຫົວໂລ້ນນີ້ໄວ້ ພ້ອມທັງຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງເສັ້ນທາງໃນການຂຶ້ນໄປທ່ຽວຊົມພູຫົວໂລ້ນ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າ ການທ່ອງທ່ຽວ ເປັນຂະແໜງການທີ່ສາມາດສ້າງລາຍຮັບເປັນ ເງິນຕາຕ່າງປະເທດໄດ້ຈຳນວນມະຫາສານ, ເປັນແຫຼ່ງລາຍຮັບທີ່ຍືນຍົງ, ກິນບໍ່ບົກຈົກບໍ່ແຫ້ງ, ສາມາດສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ເປັນຢ່າງດີ.


ໃນຕອນທ້າຍ ທ່ານ ທົງສະຫວັນ ໂພສາລາດ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງພື້ນທີ່ພູຫົວໂລ້ນ ໃຫ້ຊ່ວຍກັນປ້ອງກັນການບຸກລຸກ, ທໍາລາຍຄວາມສວຍສົດງົດງາມຂອງພູຫົວໂລ້ນ ແລະ ຫ້າມບໍ່ໃຫ້ມີການຈູດຫຍ້າ ທີ່ເປັນການທໍາລາຍຄວາມສວຍງາມຂອງທິວທັດທຳມະຊາດ, ຫ້າມດຸດ ຫຼື ສ້າງເສັ້ນ ທາງຂຶ້ນໄປພູຫົວໂລ້ນ ແລະ ຊ່ວຍອຳນວຍຄວາມສະດວກ ໃນການເຂົ້າເຖິ່ງສະຖານທີ່ທ່ອງທ່ຽວໃຫ້ມີຄວາມສະດວກສະບາຍຂຶ້ນກ່ວາເກົ່າ.


ຂ່າວຈາກ: ຈົດໝາຍຂ່າວແຂວງໄຊສົມູບນ