ນັບຖອຍຫຼັງໃສ່ບຸນທາດຫຼວງພໍ້ກັນ 2 ວັນຂ້າງໜ້ານີ້

111

ງານບຸນນະມັດສະການພະທາດຫຼວງວຽງຈັນຈະກັບມາຍິ່ງໃຫຍ່ອີກຄັ້ງ ຫຼັງ 2 ປີຜ່ານມາມີບັນຫາເລື່ອງໂລກລະບາດລົບກວນ ໂດຍປີນີ້ ເຊື່ອວ່າຈະມີຄວາມຄືກຄື້ນຫຼາຍພໍສົມຄວນ ທັງໃນພາກທຸລະກິດ ແລະມວນຊົນທີ່ມາຮ່ວມງານ.

ສອງປີຜ່ານມາການຈັດບຸນທາດຫຼວງ ແມ່ນຈັດພໍເປັນພິທີເນື່ອງຈາກການລະບາດຂອງໂຄວິດ-19 ເຊິ່ງຕ້ອງຮັກສາໄລຍະຫ່າງ ເພື່ອຄວາມປອດໄພດ້ານສຸຂະພາບ ແຕ່ປີນີ້ໂຄວິດຈາງແລ້ວ ບັນຍາກາດຈະອອກມາແນວໃດ ເຮົາຕິດຕາມໄປພ້ອມໆກັນນັບແຕ່ວັນທີ 4 ພະຈິກນີ້ເປັນຕົ້ນໄປ.

ອີງຕາມການຖະແຫຼງຂ່າວຜ່ານມາ ງານບຸນພະທາດຫຼວງປີນີ້ແມ່ນຈັດຂຶ້ນເປັນເວລາ 5 ວັນ ລະຫວ່າງວັນທີ 4 ຫາ 8 ພະຈິກ ໃນນັ້ນ: ວັນທີ 4 ພະຈິກ ເວລາ 16:30 ໂມງ ເປັນມື້ເລີ່ມງານບຸນປະເພນີ, ວັນທີ 6 ພະຈິກ ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນທີ່ພຣະທາດ ຫຼວງ ວັນທີ 7 ພະຈິກ ເວລາ 13:30 ໂມງ ພິທີແຫ່ຜາສາດເຜິ້ງ.

ສ່ວນວັນທີ 8 ພະຈິກ ເຊິ່ງເປັນມື້ສຸດທ້າຍ ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງຂະທານ ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ການແຂ່ງຈັນກີລາພື້ນບ້ານຕີຄີ ເວລາ 19:00 ໂມງ ພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟສັກກະລະບູຊາອົງພຣະທາດຫຼວງວຽງຈັນ.

ສໍາລັບການຈັດງານປີນີ້ ກໍມີກິດຈະກໍາເໝືອນດັ່ງປີຜ່ານໆມາທີ່ມີການສືບສານປະຕິບັດມາແຕ່ບັນພະບູລຸດ ແຕ່ທີ່ແຕກຕ່າງແມ່ນການຈັດສັນສະຖານຫ້ອງຂາຍ ແລະ ໝວດໝູ່ສິນຄ້າ ເຊິ່ງທາງບໍລິສັດເນັ້ນຄວາມເປັນລະບຽບ, ຄວາມສວຍງາມ ແລະ ໃຫ້ມີຄວາມແທດເໝາະກັບງານບຸນປາງໃຫຍ່ຂອງຊາດເປັນ ສໍາຄັນຢູ່ແລ້ວ. ດ້ວຍພື້ນທີ່ອັນກວ້າງຂວາງ, ເພື່ອຄວາມສະດວກສະບາຍຕື່ມ ປີນີ້ແມ່ນໄດ້ເປີດໃຫ້ມີ 3 ປະ ຕູໂຂງໃຫຍ່ ເພື່ອຮອງຮັບແຂກຄົນທີ່ມີຈາກຫຼາຍພື້ນທີ່ໄດ້ເຂົ້າ-ອອກປະຢັດເວລາກວ່າເກົ່າ. ພ້ອມດຽວກັນນັ້ນ, ທາງບໍລິສັດ ໄດ້ມີປ້າຍຊີ້ບອກຫຼາຍຈຸດເພື່ອສະດວກໃນການຊອກຫາບ່ອນທີ່ຢາກຈະໄປ ແລະ ມີຫ້ອງນໍ້າຊົ່ວຄາວ, ຈຸດເກັບຂີ້ເຫຍື້ອສະເພາະເກືອບ 100 ຈຸດ ເພື່ອຮັກສາຄວາມສະອາດຊ່ວຍກັນ.

ແນວໃດກໍຕາມ ຮຽກຮ້ອງພໍ່ແມ່ພີ່ນ້ອງ ຕະຫຼອດທັງນັກທ່ອງທ່ຽວ ຈົ່ງພ້ອມກັນຮ່ວມງານສະຫຼອງງານບຸນພະທາດຫຼວງປີນີ້ດ້ວຍຄວາມສຸກຄວາມມ່ວນຊື່ນ, ຢຶດໝັ້ນປະເພນີປະຕິບັດອັນເປັນເອກະລັກດີງາມຂອງຊາດໄວ້; ພ້ອມກັນນັ້ນກໍໃຫ້ຮັກສາຄວາມສະຫງົບ, ຄວາມເປັນລະບຽບ ແລະ ຮັກສາສະພາບແວດລ້ອມໄປນໍາກັນ. ເຮັດໃຫ້ງານສະຫຼອງບຸນພະທາດຫຼວງເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນ ຢືດໝັ້ນອຸດົມການ ຄິດດີ ກະທໍາດີ ສົມກັບທີ່ໄດ້ຮ່ວມງານບຸນປາງໃຫຍ່ຂອງຊາດທີ່ຈັດຂຶ້ນປີໜຶ່ງມີເທື່ອໜຶ່ງ.