ຂ່າວດີມາອີກແລ້ວສາຍທ່ຽວ ເປີດຄືນໃໝ່ 3 ເສັ້ນບິນຫຼວງພະບາງສູ່ປະເທດໃກ້ຄຽງ

131

ພາຍຫຼັງພະຍາດລະບາດໂຄວິດ-19 ຈາງລົງ ສິ່ງຕໍ່ມາຄືການທ່ອງທ່ຽວທີ່ຄືກຄື້ນຂຶ້ນນັບມື້ ໂດຍສະເພາະນັບແຕ່ນີ້ໄປເປັນລະດູການທ່ອງທ່ຽວ ສະນັ້ນ ເພື່ອເປັນການອຳນວຍຄວາມສະດວກແກ່ແຂກທຸກຄົນທີ່ຕ້ອງການເດີນທາງໄປຍັງບັນດາຈຸດທ່ອງທ່ຽວສຳຄັນອ້ອມ ສປປ ລາວເຮົາ ລັດວິດສາຫະກິດການບິນລາວໄດ້ເປີດ 3 ເສັ້ນບິນຄືນໃໝ່.

ການບິນລາວຈັດພິທີຕ້ອນຮັບການກັບມາເປີດໃຫ້ບໍລິການຄືນໃໝ່ຂອງຖ້ຽວບິນເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງພະບາງ – ຊຽງໃໝ່ ; ຫຼວງພະບາງ – ຮ່າໂນຍ ແລະ ຫຼວງພະບາງ – ປາກເຊ – ສຽມລຽບ. ເພື່ອເປັນການຟື້ນຟູການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ຫຼັງຈາກທີ່ໄດ້ລະງັບຖ້ຽວບິນເສັ້ນທາງດັ່ງກ່າວໄປເປັນເວລາຫຼາຍປີເນື່ອງຈາກການລະບາດຂອງພະຍາດ COVID-19 ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.


– ເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງພະບາງ – ຊຽງໃໝ່ ໃຫ້ບໍລິການທຸກວັນ ພຸດ, ສຸກ ແລະ ອາທິດ ເລີ່ມວັນທີ 30 ຕຸລາ 2022 ເປັນຕົ້ນໄປ.


– ເສັ້ນທາງ ຫຼວງພະບາງ – ຮາໂນຍ ໃຫ້ບໍລິການທຸກວັນ ພຸດ, ສຸກ ແລະ ອາທິດ ເລີ່ມວັນທີ 30 ຕຸລາ 2022 ເປັນຕົ້ນໄປ.
– ເສັ້ນທາງ ຫຼວງພະບາງ – ປາກເຊ – ສຽມລຽບ ໃຫ້ບໍລິການທຸກວັນອັງຄານ, ພະຫັດ ແລະ ເສົາ ເລີ່ມວັນທີ 01 ພະຈິກ 2022 ເປັນຕົ້ນໄປ.


ຂ່າວຈາກ :​ Lao Airlines ການບິນລາວ