ລົງນາມໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ທີ່ເຂດອະນຸລັກປ່າໂຄກ (ໂອ່ງ-ມັ່ງ) ສະຫວັນນະເຂດ

105

ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກັບ ບໍລິສັດ ເອດທ໌ໂຟດ໌ ເລັກກາຊີ ລາວ ຈຳກັດ (ບໍລິສັດ Eightfold Legacy Laos Co., Ltd), ໄດ້ຈັດພິທີ ເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ: ການຮ່ວມມືເພື່ອການອະນຸລັກທຳມະຊາດ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນ, ຂຶ້ນທີ່ໂຮງແຮມແລນມາກ, ໃນວັນທີ 28 ຕຸລາຜ່ານມາ.


ຕາງໜ້າລົງນາມຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວຫນ້າກົມປ່າໄມ້ ກັບ ທ່ານ ນາງ ເຟີນ ຕັນ ຫົວໜ້າຫ້ອງການຈັດຕັ້ງປະຕິບັດ ບໍລິສັດ ເອດທ໌ໂຟດ໌ ເລັກກາຊີ ລາວ ຈຳກັດ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຈາກສະຖານທູດສິງກະໂປ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.


ທ່ານ ທຸມທອນ ວົງວີສຸກ ຫົວໜ້າພະແນກຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ຫຼື REDD+ ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ກົມປ່າໄມ້ ໄດ້ຮັບໜັງສືແຈ້ງ ເຈດຈຳນົງ ຂອງ ບໍລິສັດ Eightfold Legacy Laos Co.,Ltd ໃນເດືອນ ພຶດສະພາ 2022 ເນື້ອໃນ ໜັງສືເຈນຈຳນົງ ແມ່ນ ເພື່ອຮ່ວມມືກັບ ລັດຖະບານ ສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ຫຼຸດຜ່ອນທາດອາຍເຮືອນແກ້ວຈາກ ການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ ຊຸດໂຊມ (REDD+).

ກົມປ່າໄມ້ ໄດ້ຄົ້ນຄວ້າທາງດ້ານ ວິຊາການ ແລະ ເຫັນວ່າເປົ້າໝາຍການສຶກສາ ຄວາມເປັນໄປໄດ້ໃນການພັດທະນາເປັນ ໂຄງການ REDD+ ແມ່ນຈະມີຜົນດີຕໍ່ກັບ ການຄຸ້ມຄອງປ່າໄມ້ແບບຍືນຍົງ, ພ້ອມທັງເປັນການເປີດໂອກາດໃຫ້ ລັດຖະບານ ສປປ ລາວ ສາມາດເຂົ້າຫາແຫຼ່ງທຶນແບບຍືນຍົງ ເພື່ອມາໝູນໃຊ້ໃນວຽກງານການອະນຸລັກ, ການຄຸ້ມຄອງ ແລະ ການປົກຮັກສາປ່າໄມ້ ແບບຍືນຍົງໃນອະນາຄົດ, ພ້ອມທັງເປັນການສ້າງໂອກາດ ໃນການພັດທະນາຊີວິດການເປັນຂອງປະຊາຊົນໃນເຂດໃກ້ຄຽງ.


ເປົ້າໝາຍຂອງການເຊັນບົດບັນທຶກຄວາມເຂົ້າໃຈ ສະບັບນີ້: 1. ເພື່ອສຶກສາຄວາມເປັນໄປໄດ້ ກ່ຽວກັບ ການພັດທະນາເປັນໂຄງການ ຫຼຸດຜ່ອນທາດອາຍເຮືອນ ແກ້ວ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ ຊຸດໂຊມ (REDD+) ໃນເຂດພື້ນທີ່ ທີ່ໄດ້ຕົກລົງກັນຄື: ເຂດອະນຸລັກປ່າໂຄກ (ເຂດອະນຸລັກໂອ່ງ-ມັ່ງ) ຢູ່ແຂວງສະຫວັນນະເຂດ ເຊິ່ງມີເນື້ອທີ 130.745 ເຮັກຕາ ແລະ ປ່າສະຫງວນແຫ່ງຊາດ ລະວິງ-ລະເວີນ ມີເນື້ອທີ່ 86,000 ເຮັກຕາ; 2. ເພື່ອຮ່ວມມືກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ (ຕາງໜ້າໂດຍກົມປ່າໄມ້) ແລະ ບໍລິສັດ Eightfold Legacy Laos Co., Ltd ກ່ຽວກັບ ການເຂົ້າຫາ ແຫຼ່ງທຶນແບບຍືນຍົງ ໃນການ ບໍລິຫານຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້; 3. ເພື່ອເຮັດວຽກງານຮ່ວມກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ (ຕາງໜ້າໂດຍກົມປ່າໄມ້) ແລະ ບໍລິສັດ Eightfold Legacy Laos Co., Ltd ກ່ຽວກັບ ການເຂົ້າຫາ ຕະຫຼາດສິນເຊື່ອກາກບອນປ່າໄມ້ ແບບຍືນຍົງ.


ໝາກຜົນທີ່ທັງສອງຝ່າຍໄດ້ຮັບຮ່ວມກັນ: 1. ສ້າງເປັນໂຄງການຮ່ວມກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ; 2. ສ້າງລາຍຮັບຈາກການອະນຸລັກ ແລະ ການບໍລິຫານຄຸ້ມຄອງປ່າໄມ້ຮ່ວມກັນ; 3. ເປັນການປະຕິບັດພັນທະຕໍ່ ສົນທິສັນຍາ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ຮ່ວມກັນ; 4. ສ້າງໂອກາດໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ເພື່ອເປັນການພັດທະນາຊີວິດການເປັນຂອງປະຊາຊົນ ທີ່ຢູ່ໃນຂອບເຂດພື້ນທີ່ເປົ້າໝາຍຂອງໂຄງການ, ສະນັ້ນ, ທັງສອງຝ່າຍ ກໍຄື ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ Eightfold Legacy Laos Co.,Ltd ຈຶ່ງໄດ້ ຕົກລົງ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ ໃນມື້ນີ້.


ທ່ານ ນາງ ເຟີນ ຕັນ ຫົວໜ້າຫ້ອງການຈັດຕັ້ງປະຕິບັດ ບໍລິສັດ ເອດທ໌ໂຟດ໌ ເລັກກາຊີ ລາວ ຈຳກັດ ກ່າວບາງຕອນວ່າ: ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຟື້ນຟູປ່າ ໃຫ້ໄດ້ຫຼາຍກວ່າ 70% ພາຍໃນປີ 2025 ເພື່ອເປັນການຮັບປະກັນການປົກປັກຮັກສາສິ່ງແວດລ້ອມ ໃນໄລຍະຍາວ ແລະ ຫຼຸດຜ່ອນຄວາມສ່ຽງ ຈາກໄພພິບັດທຳມະຊາດ. ສອດຄ່ອງກັບເປົ້າໝາຍຂອງລັດຖະບານ MOU ສະບັບນີ້ໄດ້ໝາຍເຖິງຂີດໝາຍອັນສຳຄັນ ແລະ ຄວາມໝັ້ນໝາຍອັນໜັກແໜ້ນຂອງທັງລົດຖະບານລາວ ແລະ ບໍລິສັດ ເອດທ໌ໂຟດ໌ ເລັກກາຊີ ລາວ ຈຳກັດ (ບໍລິສັດ Eightfold Legacy Laos Co., Ltd) ທີ່ຈະຮ່ວມກັນປົກປັກຮັກສາປ່າໄມ້ ແລະ ລະບົບນິເວດທີ່ຕິດພັນໃນທົ່ວປະເທດ ເພື່ອພ້ອມກັນບັນລຸເປົ້າໝາຍດັ່ງກ່າວ.