ກຽມພົບກັບງານວາງສະແດງລົດນານາຊາດວຽງຈັນ 2022 ວັນທີ 19 – 27 ພະຈິກ ທີ່ຈະມາເຖິງນີ້

98

ພິທີຖະແຫຼງຂ່າວ ຈັດງານວາງສະແດງລົດນານາຊາດວຽງຈັນ 2022 ຄັ້ງທີ VI “ Vientiane International Motor Expo 2022 – ພາຍໃຕ້ແນວຄິດ ພົບກັບທີ່ສຸດນະວັດຕະກຳລົດ ເພື່ອການຂັບຂີ່ສູ່ໂລກອະນາຄົດ – DISCOVER INNOVATIONS FOR FUTURE ” ໃນຄັ້ງວັນທີ 19 – 27 ພະຈິກ 2022 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.


ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັນ ແອນ ອໍກາຍເຊີ້ ຈຳກັດຜູ້ດຽວ ເປັນຜູ້ຈັດງານໄດ້ຮັບການອະນຸມັດຈາກກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຈັດງານວາງສະແດງລົດນານາຊາດວຽງຈັນ ຄັ້ງທີ VI ເຊິ່ງໄດ້ຈັດພິທີງານຖະແຫຼງຂ່າວຂຶ້ນໃນວັນທີ 28 ຕຸລາ 2022 ທີ່ສູນການຄ້າ ລາວ – ໄອເຕັກ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນ ລວມທັງຄ້າຍລົດເຂົ້າຮ່ວມ.


ທ່ານ ພອນຈັນ ເພັງສຸວັນ ຜູ້ອຳນວຍການ ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັນ ແອນ ອໍກາຍເຊີ້ ຈຳກັດຜູ້ດຽວ ກ່າວວ່າ: ຈຸດປະສົງຫຼັກໃນການຈັດງານຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດອຸດສາຫະກຳລົດຍົນພາຍໃນປະເທດ, ກະຕຸ້ນການພັດທະນາເສດຖະກິດ ລວມທັງຄວາມມຸ່ງຫວັງໃຫ້ຄວາມຮູ້ກັບນະວັດຕະກຳໃໝ່ໆ ແລະ ສິ່ງປະດິດຕົກແຕ່ງລົດຍົນໃຫ້ແກ່ຜູ້ບໍລິໂພກ ໂດຍແຕ່ລະຄ້າຍລົດໄດ້ມີການນຳລົດລຸ້ນໃໝ່ ລວມເຖິງນະວັດຕະກໍາຫຼ້າສຸດຂອງລົດຍົນທັງທີ່ເປີດຕົວໃນປີນີ້ ລວມເຖິງລຸ້ນຍອດນິຍົມເຂົ້າມາຈັດສະແດງສົ່ງທ້າຍປີ ພ້ອມຂໍ້ສະເໜີທີ່ຫຼາກຫຼາຍແກ່ຜູ້ທ່ຽວຊົມງານທີ່ຄາດວ່າສູງເຖິງ 50 ພັນຄົນໃນປີນີ້. ໃນປີນີ້ ທາງບໍລິສັດໄດ້ຮ່ວມມືຢ່າງໃກ້ຊິດກັບແບຣນ ລົດທຸກແບຣນ ໂດຍສະເພາະລົດລຸ້ນໃໝ່ ແລະ ລົດໄຟຟ້າ ເຊິ່ງເປັນໄຮໄລຂອງງານໃນຄັ້ງນີ້ ໂດຍມີເປົ້າໝາຍຂັບເຄື່ອນອຸດສາຫະກໍາລົດຍົນ ແລະ ຍົກລະດັບມາດຕະຖານການຈັດງານ MOTOR EXPO ໃຫ້ທຽບເທົ່າສາກົນ.


ພາຍໃນງານຕະຫຼອດ 9 ວັນ ໃນລະຫວ່າງວັນທີ 19 – 27 ພະຈິກ 2022 ແມ່ນຈະມີກິດຈະກຳຫຼາກຫຼາຍ ເຊັ່ນ: ກິດຈະກຳສະແດງມິນິຄອນເສີດພົບປະທັກທາຍກັບສິລະປິນປະເທດເພື່ອນບ້ານ ແລະ ສິລະປິນໃນປະເທດ, ກິດຈະກໍາສໍາມະນາໂອ້ລົມໃຫ້ຄວາມຮູ້ການຂັບຂີ່ຢ່າງປອດໄພ, ກິດຈະກັບໂຊຂັບລົດ 4×4 ແລະ ຮ່ວມທົດລອງຂັບລົດໂດຍບໍ່ມີຄ່າໃຊ້ຈ່າຍ.


ພິເສດໃນປີນີ້ ຈະມີລົດໄຟຟ້າຫຼາຍຄ້າຍກວ່າທຸກປີ ຜູ້ໃຊ້ໃຫ້ຄວາມສຳຄັນຫຼາຍ ເນື່ອງຈາກສັງຄົມຍຸກປັດຈຸບັນນ້ຳມັນແພງ ສາມາດຕອບໂຈດໃຫ້ກັບສັງຄົມ ແລະ ຜູ້ຊົມໃຊ້ໄດ້ພໍສົມຄວນ ເຊິ່ງສາມາດຈ່າຍສົດ ແລະ ຜ່ອນໃນບ່ອນດຽວກັນ, ກູຣູທີ່ມີຊື່ສຽງຈາກປະເທດເພື່ອນບ້ານ ແລະ ກິດຈະກຳອື່ນໆອີກຫຼາກຫຼາຍ ເຊິ່ງບໍລິສັດເຮົາ ກໍພ້ອມວາງມາດຕະການປ້ອງກັນໂຄວິດ – 19 ເປັນຢ່າງດີ ເພື່ອໃຫ້ຜູ້ມາງານເຂົ້າທ່ຽວຊົມງານໄດ້ສະດວກ ແລະ ປອດໄພ.