ລາວ-ຈີນ ວາງສີລາລຶກເປີດໂຄງການ ຂຸດຄົ້ນແຮ່ການາລາຍ ແລະ ການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍ

260

ບໍລິສັດ ບໍ່ແຮ່ ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວ ໄດ້ຈັດພິທີເປີດໂຄງການຂຸດຄົ້ນ ແຮ່ການາລາຍ 4 ລ້ານໂຕນຕໍ່ປີ ແລະ ປຸງແຕ່ງເປັນໂປຕາສຊຽມ ຄລໍໄຣ 5 ແສນໂຕນຕໍ່ປີ ຂອງບໍລິສັດ ບໍ່ແຮ່ ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈ້າວເວິນຢູ ທີ່ປຶກສາເສດຖະກິດການຄ້າຂອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຫຼີຢູນເວີນ ປະທານບໍລິສັດ ພັດທະນາລົງທຶນບໍ່ແຮ່ ລາວ-ຈີນ ຢຸນນານຈໍາກັດ ກຸ່ມບໍລິສັດ ຢຸດທຽນຮວາ ມີບັນດາແຂກຖືກເຊີນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນວັນທີ 29 ຕຸລາ 2022 ຜ່ານມາ, ທີ່ນະຄອນຫລວງວຽງຈັນ.

ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ໂຄງການຂຸດຄົ້ນແຮ່ການາລາຍ ແລະ ການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍ ທີ່ພວກເຮົາໄດ້ຈັດພິທີວາງສີລາເລີກ ແລະ ເລີ່ມຕົ້ນດໍາເນີນງານຢ່າງເປັນທາງການໃນມື້ນີ້ແມ່ນມີຄວາມສໍາຄັນຫຼາຍ, ຍ້ອນວ່າໂຄງການນີ້ໄດ້ລິເລີ່ມການສຶກສາສຳຫຼວດມາດົນສົມຄວນແລ້ວ ແລະຖືກກໍານົດໄວ້ແຜນຍຸດທະສາດ ການພັດທະນາວຽກງານປຸງແຕ່ງບໍ່ແຮ່ ແຕ່ນີ້ຮອດປີ 2025, ໂຄງການນີ້ແມ່ນໂຄງການນຳໃຊ້ເຕັກນິກທີ່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະເປັນມິດກັບສິ່ງແວດລ້ອມ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການດໍາເນີນກິດຈະການຂອງໂຄງການນີ້ຈະເປັນເງື່ອນໄຂທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກໍາແຮ່ທາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນສະເພາະໜ້າ ແລະຍາວນານ.


ທ່ານກ່າວຕື່ມວ່າ: ສປປ ລາວ ໄດ້ກໍານົດເອົາການພັດທະນາວຽກງານພະລັງງານ ແລະບໍ່ແຮ່ ແມ່ນໜຶ່ງໃນທ່າແຮງທີ່ສໍາຄັນຂອງປະເທດຊາດເພື່ອເປັນພື້ນຖານໃຫ້ແກ່ການສ້າງລາຍຮັບເຂົ້າງົບປະມານ, ໂດຍການຈັດສັນ ແລະນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ ຊຶ່ງຜົນສໍາເລັດໃນການພັດທະນາອຸດສາຫະກໍາພະລັງງານ ແລະອຸດສາຫະກໍາບໍ່ແຮ່ຢູ່ ສປປ ລາວ ໄລຍະຜ່ານມາແມ່ນຂະຫຍາຍຢ່າງວ່ອງໄວ, ໜັກແໜ້ນ ແລະຕໍ່ເນື່ອງ.

ທ່ານ ຈ້າວເວີນຢູ ທີ່ປຶກສາເສດຖະກິດການຄ້າ ຂອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ: ການຮ່ວມມື ທາງດ້ານການຂຸດຄົ້ນບໍ່ແຮ່ລະຫວ່າງສອງປະເທດຈີນ-ລາວ ໄດ້ຮັບການພັດທະນາຢ່າງວ່ອງໄວ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຟື້ນຟູເສດຖະກິດຂອງລາວ,ໂຄງການນີ້ ໄດ້ຜ່ານຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ ແຕ່ໄດ້ຮັບການປັບປຸງ ທາງດ້ານເຕັກນິກໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ໃນທີ່ສຸດກໍ່ປະສົບຜົນສຳເລັດ, ໂດຍສະເພາະ ດ້ານເຕັກນິກຮັກສາສິ່ງແວດລ້ອມ ແລະດ້ານເຕັກນິກອື່ນໆ ຈົນກາຍເປັນຕົວແບບທີ່ດີ ແຫ່ງການຮ່ວມມື ແບບເປັນມິດກັບສິ່ງແວດລ້ອມ ໃຫ້ແກ້ການພັດທະນາເສດຖະກິດຂອງລາວໃນອະນາຄົດ.

.

.