ເຫດໂສກອະນາດຕະກຳຢຽບກັນທີ່ ສ.ເກົາຫຼີ ມີຜູ້ເສຍຊີວິດສູງເຖິງ 154 ຄົນ

34

ເຫດໂສກອະນາດຕະກຳຢຽບກັນ ທີ່ ສ.ເກົາຫຼີ ຖືເປັນເຫດການໃຫຍ່ທີ່ມີຜູ້ເສຍຊີວິດຈຳນວນຫຼາຍ, ຈາກຂໍ້ມູນຫຼ້າສຸດ ວັນທີ 31 ຕຸລາ ມີຜູ້ເສຍຊີວິດລວມ 154 ຄົນ ແລະ ບາດເຈັບ 149 ຄົນ.

ເຫດການດັ່ງກ່າວເກີດຂຶ້ນໃນຕອນຄໍ່າຂອງວັນທີ 29 ຕຸລາ 2022 ໄດ້ເກີດເຫດການຢຽບກັນຢູ່ບໍລິເວນອ້ອມແອ້ມ ເຂດອິໄທວອນ ເມືອງ ຢອງຊັນ ນະຄອນຫຼວງ ເຊອຸນ ສ.ເກົາຫຼີ ເນື່ອງໄດ້ມີປະຊາຊົນ, ນັກທ່ອງທ່ຽວ ຈຳນວນຫຼາຍປະມານ 1 ແສນຄົນ ມາເຕົ້າໂຮມກັນຢູ່ບໍລິເວນອ້ອມແອ້ມ ເຂດອິໄທວອນ ເພື່ອຮ່ວມງານສະຫຼອງວັນຮະໂລວິນ ທີ່ບໍ່ໄດ້ຈັດງານມານານ 3 ປີ ເນື່ອງຈາກການລະບາດຂອງພະບາດໂຄວິດ-19. ເຫດບຽດຢຽບກັນດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ຢ່າງໜ້ອຍ 149 ຄົນເສຍຊີວິດ ແລະ 76 ຄົນບາດເຈັບ ຈາກການລາຍງານໂຕເລກໃນຂະນະນັ້ນ.

ພາຍຫຼັງເກີດເຫດ, ທ່ານ ຢູນຊອກໂຢ້ ປະທານາທິບໍດີ ສ. ເກົາຫຼີ ໄດ້ອອກຄໍາສັ່ງດ່ວນ ໂດຍໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງພະຍາຍາມຈົນສຸດຄວາມສາມາດເພື່ອກອບກູ້ປິ່ນປົວຜູ້ບາດເຈັບໂດຍໄວ. ທ່ານຍັງໄດ້ຮຽກຮ້ອງໃຫ້ກະຊວງສະຫວັດດີການ ແລະສາທາລະນະສຸກ ປະຕິບັດກົນໄກປິ່ນປົວສຸກເສີນໂດຍໄວ, ແລະແຕ່ງຕັ້ງໜ່ວຍປິ່ນປົວສຸກເສີນໂດຍໄວເທົ່າທີ່ຈະໄວໄດ້, ແລະຮັບປະກັນໂຮງໝໍທີ່ຢູ່ໃກ້ສະຖານທີ່ເກີດເຫດກຽມຕຽງນອນສຸກເສີນໃຫ້ພຽບພ້ອມ.

ມາຕອນເຊົ້າຂອງວັນທີ 30 ຕຸລາ, ເຈົ້າໜ້າທີ່ດັບເພີງຂອງ ສ. ເກົາຫຼີ ໄດ້ລາຍງານໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຈໍານວນຜູ້ເສຍຊີວິດ ແລະ ບາດເຈັບແມ່ນມີຊາວໜຸ່ມອາຍຸ 20 ປາຍປີເປັນຫຼັກ

ດ້ານຂໍ້ມູນຫຼ້າສຸດວັນທີ 31 ຕຸລາ ໄດ້ແຈ້ງເພີ່ມສຳລັບຍອດຜູ້ເສຍຊີວິດແມ່ນເພີ່ມຂຶ້ນເປັນ 154 ຄົນ (ຕ່າງປະເທດ 26 ຄົນ) ບາດເຈັບ 149 ຄົນ, ແຈ້ງຜູ້ສູນຫາຍ 355 ຄົນ.