ເປັນຂະບວນຟົດຟື້ນ ກິດຈະກຳຍ່າງເພື່ອສຸຂະພາບສະຫຼອງວັນຫັນເປັນທຸລະກິດຂອງ ທຄຕລ ຄົບຮອບ 33 ປີ

81

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດຂະບວນການຍ່າງເພື່ອສຸຂະພາບ ໃນຕອນເຊົ້າວັນທີ 29​ ຕຸລາ 2022 ນີ້ ທີ່ປະຕູໄຊ, ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຫັນເປັນທະນາຄານທຸລະກິດຂອງ ທຄຕລ ຄົບຮອບ 33 ປີ (ວັນທີ 1 ພະຈິກ 1989 ຫາ 1 ພະຈິກ 2022) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ,

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານຫ້ອງວ່າການນາຍົກລັດຖະມົນຕີ (ອາດີດຜູ້ອຳນວຍການ  ທຄຕລ) ພ້ອມດ້ວຍບັນດາຄະນະກົມຈາກທະນາຄານແຫ່ງ ສປປ ລາວ, ຫ້ອງການກະຊວງການເງິນ, ສະມາຊິກສະພາບໍລິຫານ ທຄຕລ, ຄະນະອໍານວຍການ ທຄຕລ, ຄະນະພະແນກ, ຄະນະສູນ, ຄະນະສາຂາ, ຕະຫຼອດເຖິງ ພະນັກງານ ທຄຕລ ພາຍໃນນະຄອນຫຼວງ ແລະ ບັນດາລູກຄ້າຂອງ ທຄຕລ ກໍໄດ້ເຂົ້າຮ່ວມ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມເບີກບານ ມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ມີຜູ້ເຂົ້າຮ່ວມທັງໝົດເກືອບ 1 ພັນຄົນ.

ໂອກາດນີ້ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ ໄດ້ກ່າວເຖິງປະຫວັດຂອງການຫັນເປັນທະນາຄານທຸລະກິດຂອງ ທຄຕລ ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານຂອງ ທຄຕລ ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງຊາດ ຕະຫຼອດ 33 ປີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜູ້ບໍລິຫານ ແລະ ພະນັກງານຂອງ ທຄຕລ ໃນແຕ່ລະຮຸ່ນຄົນທີ່ໄດ້ປະກອບສ່ວນທຸ້ມເທເຫື່ອແຮງທັງກາຍ ແລະ ໃຈ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ອັນໄດ້ນຳມາເຊິ່ງຜົນອັນສໍາເລັດທີ່ພົ້ນເດັ່ນໃນຫຼາຍໆດ້ານ ແລະ ພ້ອມກັນສ້າງ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ໄດ້ມາດຕະຖານສາກົນບົນພື້ນຖານການຮັບໃຊ້ສັງຄົມ ກໍຄືປະຊາຊົນລາວທົ່ວປະເທດ.

ປັດຈຸບັນ ທຄຕລ ມີຕາໜ່າງການໃຫ້ບໍລິການໃນຂອບເຂດທົ່ວປະເທດ ທັງໝົດມີ 1 ສໍານັກງານໃຫຍ່, 20 ສາຂາ, 102 ໜ່ວຍບໍລິການ, 11 ຫ້ອງແລກປ່ຽນ, ຕົວແທນເງິນດ່ວນຊຸມຊົນ BCOME 800 ກວ່າຕົວແທນ, ຖານການນໍາໃຊ້ບັນຊີ 2 ລ້ານກວ່າບັນຊີ, ຖານການນນໍາໃຊ້ແອັບພລີເຄຊັ່ນທາງການເງິນ (BCEL One) ເກືອບ 2 ລ້ານ ຢູເຊີ້ ສາມາດຮອງຮັບການໃຫ້ບໍລິການລູກຄ້າໄດ້ທຸກຂົງເຂດທົ່ວປະເທດ ແລະ ຍັງໄດ້ຮັບໃບຢັ້ງຢືນລະບົບມາດຕະຖານ ISO 9001:2015 ດ້ານການບໍລິການຄຸນະພາບ (The Provision Of Banking Services) ອີກດ້ວຍ.