ເປີດໂຕ ລາຍການໂທລະພາບ“ ເຮືອນຂອງຂ້ອຍ “ ສໍາລັບເດັກກ່ອນໄວຮຽນ ພາກ 3

66

ພິທີເປີດໂຕ ລາຍການໂທລະພາບ“ ເຮືອນຂອງຂ້ອຍ “ ສໍາລັບເດັກກ່ອນໄວຮຽນ ພາກ 3 ມີຂຶ້ນວັນທີ 28 ຕຸລາ 2022 ທີ່ໂຮງແຮມຄຣາວພາຊາ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ; ທ່ານ ອາຕູໂລ ຣົມໂບລີ (Arturo Romboli) ຜູ້ຕາງໜ້າອົງການຢູນີເຊັບປະຈຳ ລາວ, ຜູ້ຕາງໜ້າຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຕາງໜ້າຈາກສະຫະພາບເອີລົບ ປະຈຳ ລາວ; ຜູ້ໜ້າ ສະຖານທູດ ອົດສະຕາລີ ປະຈຳ ລາວ; ຜູ້ຕາງໜ້າ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອະເມລິກາ (USAID); ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວບາງຕອນວ່າ: ເດັກໃນວັນນີ້ ຈະເປັນຜູ້ໃຫຍ່ໃນວັນໜ້າ, ຖ້າຫາກເດັກໄດ້ຮັບການກະຕຸກຊຸກຍູ້ ແລະ ສົ່ງເສີມຕັ້ງແຕ່ຢູ່ໃນທ້ອງແມ່ເປັນຕົ້ນມາ, ສະນັ້ນການສຶກສາກ່ອນໄວຮຽນ ມີຄວາມສຳຄັນຫຼາຍເພາະເປັນການປູພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ຊຶ່ງເລີ້ມຈາກການດູແລເບິ່ງແຍງ, ການປົກປ້ອງ ແລະ ສຶກສາອົບຮົມເດັກ ເພື່ອພັດທະນາ ແລະ ສົ່ງເສີມໃຫ້ເດັກມີການຂະຫຍາຍຕົວເໝາະສົມຕາມເກນອາຍຸ ໃຫ້ໄດ້ຮັບການສົ່ງເສີມພັດທະນາການທາງດ້ານຮ່າງກາຍ, ສະຕິປັນຍາ, ອາລົມຈິດໃຈ ແລະ ສັງຄົມ ຕະຫຼອດເຖິງການຮຽນຮູ້ປະສົບການຊີວິດ ເພື່ອກຽມຄວາມພ້ອມ ໃນການເຂົ້າຮຽນຊັ້ນປະຖົມສຶກສາຢ່າງມີຄຸນນະພາບ.

ຄຽງຄູ່ກັນນັ້ນ ກໍໄດ້ຜະລິດ ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ເພື່ອຊວ່ຍໃຫ້ ເດັກນ້ອຍທຸກຄົນໄດ້ຮຽນຮູ້ ໂດຍຜ່ານການຫຼີ້ນດ້ວຍຄວາມເບີກບານມ່ວນຊື່ນ ຊຶ່ງເນື້ອໃນຂອງການຮຽນຮູ້ມີຄວາມສອດຄ່ອງຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້, ນອກຈາກນັ້ນ, ເດັກຍັງໄດ້ຮັບຄວາມເອົາໃຈໃສ່ໃນການເບິ່ງແຍງ, ດູແລທາງດ້ານສຸຂະພາບ, ສຸຂະອະນາໄມ,ໂພຊະນາການ, ການປົກປ້ອງເດັກ ໂດຍສະເພາະ ແມ່ນໄລຍະປ້ອງກັນ ການພະແຜ່ລະບາດ ຂອງເຊື້ອພະຍາດ ພ້ອມທັງ ສົ່ງເສີມໃຫ້ພໍ່ແມ່/ຜູ້ປົກຄອງ, ຊຸມຊົນ ແລະ ການຈັດຕັ້ງຂອງສັງຄົມທຸກຂັ້ນໃນການເບິ່ງແຍງ, ດູແລ ແລະ ສຶກສາອົບຮົມເດັກຢ່າງເປັນເອກະພາບກັນ.

ລາຍການໂທລະພາບ “ ເຮືອນຂອງຂ້ອຍ ” ສໍາລັບເດັກກ່ອນໄວຮຽນ( MY HOUSE) ພາກທີ 1 ເຊິ່ງຜະລິດຂຶ້ນມາໃນປີ 2020 ປະກອບມີ 10 ຕອນ; ໃນປີ 2021 ປະກອບມີ 12 ຕອນ ໄດ້ອອກອາກາດໂດຍຜ່ານໂທລະພາບແຫ່ງຊາດລາວຊ່ອງ 3, ຊ່ອງລາວສະຕາ ແລະ ຊ່ອງລາວແຊດຂອງກະຊວງສຶກສາທິການ ແລະ ກິລາ ຕາມວັນເວລາທີ່ໄດ້ລະບຸໄວ້ໃນລາຍການ, ສຳລັບປີ 2022 ໄດ້ສືບຕໍ່ຜະລິດລາຍການໂທລະພາບ ສາລັບເດັກກ່ອນໄວຮຽນ “ເຮືອນຂອງຂ້ອຍ ພາກ 3 ປະກອບມີ 12 ຕອນ ໂດຍເນື້ອໃນແມ່ນເໜັ້ນການສືບຕໍ່ໃຫ້ເດັກໄດ້ຮຽນຮູ້ ພາຍຫຼັງກັບຄືນສູ່ໂຮງຮຽນ ໂດຍສະເພາະສະຖານການສຶກສາກ່ອນໄວຮຽນ ພາຍຫຼັງທີ່ ພະຍາດໂຄວິດມີການຜ່ອນຜັນລົງ ຊຶ່ງສົ່ງເສີມໃຫ້ເດັກໄດ້ຮຽນຮູ້ພື້ນຖານທາງດ້ານການອ່ານ, ການຂຽນ, ພື້ນຖານດ້ານຄະນິດສາດ, ວິທະຍາສາດທາງດ້ານທຳມະຊາດ,ດ້ານສັງຄົມ ແລະ ຄວາມຮູ້ທາງດ້ານສຸຂະສຶກສາ, ການຮັກສາອະນາໄມປ້ອງກັນພະຍາດ, ຂໍ້ຄວາມສໍາຄັນໃຫ້ພໍ່ແມ່ຜູ້ປົກຄອງໄດ້ໃສ່ໃຈໃນການລ້ຽງດູເດັກ ຕັ້ງແຕ່ເດັກຍັງຢູ່ໃນທ້ອງແມ່, ການສົ່ງເສີມການຮຽນຮູ້ໃຫ້ແກ່ເດັກໃນຄອບຄົວກໍຄືໃນໂຮງຮຽນ ໂດຍຜ່ານ ກາຕູນອີເນມີຊັນ, ນິທານ ແລະ ບົດເພງ ຕາມເນື້ອໃນ ແຕ່ລະຕອນ ພ້ອມນັ້ນ, ຍັງປະກອບມີພາສາມືເພື່ອໃຫ້ເດັກທຸກຄົນເຂົ້າເຖິງລາຍການດັ່ງກ່າວ.

ການຜະລິດລາຍການດັ່ງກ່າວໂດຍການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການຢູນີເຊັບປະຈໍາລາວ ຜູ້ຜະລິດແມ່ນບໍລິສັດລາວສະຕາ ແລະ ບໍລິສັດກາຕູນ ອີເນມີຊັນ ໂດຍໄດ້ຮັບແຫຼ່ງທຶນຈາກສະຫະພາບເອີລົບ, ອົງການຢູນີເຊັບປະຈຳ ສປປ ລາວ, ອົງການພັດທະນາສາກົນຂອງປະເທດສະຫະລັດອະເມລິກາ ແລະ ທູດອົດສະຕາລີ ປະຈຳ ສປປລາວ.