ມູນຄ່າການຄ້າ ລາວ-ໄທ 8 ເດືອນຕົ້ນປີ 2022 ບັນລຸ 5 ຕື້ກວ່າໂດລາ

101

ໄລຍະ 8 ເດືອນຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍລະຫວ່າງ ລາວ ແລະ ໄທ ມີມູນຄ່າ 5.363 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 10,3% ທຽບໃສ່ 8 ເດືອນຕົ້ນປີ 2021, ເຊິ່ງສິນຄ້າຫຼັກນຳເຂົ້າຈາກໄທມີ ນໍ້າມັນເຊື້ອໄຟ, ພາຫະນະທາງບົກ ແລະ ອື່ນໆ.

ໃນໂອກາດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ໄຊຍາ ພຣົມມາ ປະທານຄະນະກໍາມາທິການສຶກສາການສ້າງ ແລະ ຕິດຕາມການບໍລິຫານງົບປະມານ, ສະພາຜູ້ແທນຣາຊະດອນໄທ ພ້ອມຄະນະ ເຂົ້າຢ້ຽມພົບປະ ເມື່ອວັນທີ 27 ຕຸລານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ.


ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຕ້ອນຮັບ ທ່ານ ໄຊຍາ ພຣົມມາ ປະທານຄະນະກໍາມາທິການສຶກສາການສ້າງ ແລະ ຕິດຕາມການບໍລິຫານງົບປະມານ, ສະພາຜູ້ແທນຣາຊະດອນໄທ ເຂົ້າຢ້ຽມພົບປະ ວັນທີ 27 ຕຸລາ 2022

ໃນໂອກາດນີ້ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນໃນການຈັດສ້າງ ແລະ ຕິດຕາມການບໍລິຫານງົບປະມານ ໃນດ້ານອຸດສາຫະກໍາ ແລະ ການຄ້າ, ແລກປ່ຽນໃນເລື້ອງ ນະໂຍບາຍການຄ້າ ສປປ ລາວ ກັບ ຣາຊະອານາຈັກໄທ ໂດຍສະເພາະການຄ້າຊາຍແດນລາວ-ໄທ, ແນວທາງພັກດັນໃຫ້ການຄ້າສອງຝ່າຍ ລາວ-ໄທມີມູນຄ່າເພີ່ມຂື້ນ ແລະ ແລກປ່ຽນ ກ່ຽວກັບ ສິນຄ້າຫຼັກ ທີ່ ສປປ ລາວ ເຫັນວ່າມີຄວາມຕ້ອງການຫຼາຍຂື້ນ ແລະ ມີຄວາມຕ້ອງການຄວາມຮ່ວມມື ລະຫວ່າງ ພາກເອກະຊົນ ຂອງສອງປະເທດລາວ-ໄທ (ກະຊວງພານິດໄທ).

ຮູບປະກອບຂ່າວ ລົດໄຟຂົນສົ່ງສິນຄ້າ ອອກຈາກສະຖານີທ່ານາແລ້ງ, ນະຄອນຫຼວງວຽງຈັນ

ສຳລັບມູນຄ່າການຄ້າສອງຝ່າຍ ລາວ-ໄທ ໃນປີ 2021 ບັນລຸ 7,26 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 14% ທຽບໃສ່ ປີ 2020. ໃນນັ້ນ, ມູນຄ່າການສົ່ງອອກຂອງລາວໄປໄທ ມີມູນຄ່າ 3,25 ພັນລ້ານກວ່າໂດລາ ເພີ່ມຂຶ້ນ 12% ແລະ ມູນຄ່າການນໍາເຂົ້າຂອງລາວ ຈາກໄທ ມີມູນຄ່າ 4 ພັນລ້ານກວ່າໂດລາ ເພີ່ມຂຶ້ນ 20%, ສ່ວນໃນໄລຍະ 8 ເດືອນຕົ້ນປີ 2022, ມູນຄ່າການຄ້າສອງຝ່າຍລາວ-ໄທ ມີມູນຄ່າ 5.363 ລ້ານໂດລາ ເພີ່ມຂື້ນ 10,3% ທຽບໃສ່ 8 ເດືອນຕົ້ນປີ 2021. ໃນນັ້ນ, ລາວສົ່ງອອກໄປໄທ ມີມູນຄ່າ 2.357 ລ້ານກວ່າໂດລາ ເພີ່ມຂື້ນ 8,5% ແລະ ລາວນໍາເຂົ້າຈາກໄທ ມີມູນຄ່າ 3.006 ລ້ານກວ່າໂດລາ ເພີ່ມຂື້ນ 11,8% ເມື່ອທຽບໃສ່ 8 ເດືອນຕົ້ນປີ 2021.

ຮູບປະກອບຂ່າວ ທ່າເຂົ້າດ່ານສາກົນສິນຄ້າທ່າບົກ ທ່ານາແລ້ງ ຂົວມິດຕະພາບລາວ-ໄທ ແຫ່ງທີ 1

ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປໄທປະກອບມີ: ໄຟຟ້າ, ທອງແດງ, ຊີມັງ, ເກືອກາຣີ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໄມ້ແປຮູບ, ເກີບ ແລະ ຊິ້ນສ່ວນ, ອຸປະກອນກົນຈັກ ແລະ ສ່ວນປະກອບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ, ຝຸ່ນ (ປຸຍ), ນ້ຳຕານ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຖົ່ວດິນ- ຖົ່ວເຫຼືອງ, ກະລຳປີ, ມັນຕົ້ນ, ພືດຜັກລວມທັງຮາກ ແລະ ຫົວບາງຊະນິດ ທີ່ບໍລິໂພກໄດ້ ແລະ ອື່ນໆ.

ຮູບປະກອບຂ່າວ ທ່າເຂົ້າດ່ານສາກົນສິນຄ້າທ່າບົກ ທ່ານາແລ້ງ ຂົວມິດຕະພາບລາວ-ໄທ ແຫ່ງທີ 1

ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າຈາກໄທປະກອບມີ: ນໍ້າມັນເຊື້ອໄຟ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໃຊ້ໄຟຟ້າ, ສາຍໄຟຟ້າ-ສາຍເຄເບີ້ລ, ເຄື່ອງຈັກ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຜະລິດຕະພັນທາງເຄມີ, ຊີມັງ, ນ້ຳຕານ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ), ສັດທີ່ມີຊີວິດ, ໜາກໄມ້ ແລະ ໜາກໄມ້ເປືອກແຂງທີ່ບໍລິໂພກໄດ້ ແລະ ອື່ນໆ.

ຂອບໃຈທີ່ມາຂ່າວ: ປະຊາຊົນ, ໂດຍ: ຊຳນານ