ຕາມຄາດ! ພຸດສະຫວັນ ເຈົ້າຂອງຫຼຽນທອງຊີເກມ ຄວ້າແຊັມເພາະກາຍ ຊີງແຊັມປະເທດລາວ 2022

94

ບໍ່ມີພິກຄາດເມື່ອ ທ້າວ ພຸດສະຫວັນ ສີຊົມພູ ນັກກີລາເພາະກາຍດີທີມຊາດລາວ ຜູ້ສ້າງຜົນງານຄັ້ງປະຫວັດສາດຄວ້າ ຫຼຽນທອງ ໃຫ້ວົງການກີລາເພາະກາຍລາວ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຫຼ້າສຸດສາມາດຄອງແຊັມການແຂ່ງຂັນກີລາເພາະກາຍຊີງແຊັມປະເທດລາວ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຫຼື ສສກ ປະຈໍາປີ 2022 ໃນຮຸ່ນນໍ້າໜັກ 75 ກິໂລກຼາມ ໄປຄອງ.

ການແຂ່ງຂັນກີລາເພາະກາຍຊີງແຊັມປະເທດລາວ ພາຍໃຕ້ຫົວຂໍ້ (ຊາຍ ແລະ ຍິງ ຫຸ່ນງາມລາວ 2022) ຫຼື Mr and Ms Fitness Lao 2022 ຊີງຂັນທ່ານລັດຖະມົນຕີ ສສກ ໃນຄັ້ງນີ້ ໄດ້ມີຂຶ້ນ ລະຫວ່າງວັນທີ 21-23 ຕຸລາ ຜ່ານມາ ທີ່ສູນຄ້າວຽງຈັນ ເຊັນເຕີ ຊີງເງິນລາງວັນລວມມູນຄ່າ 70 ລ້ານກີບ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນເພາະກາຍແຫ່ງຊາດລາວ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ຕາງໜ້າຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ, ພ້ອມດ້ວຍຄະນະບໍລິຫານງານ, ບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະນຳ, ຄູຝຶກ, ນັກກີລາ ແລະ ມວນຊົນຊາວນະຄອນຫຼວງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນລາຍການນີ້ ຈັດຂຶ້ນ ກໍເພື່ອເປັນການສ້າງ ແລະ ພັດທະນານັກກີລາຢ່າງຕໍ່ເນື່ອງ ແນໃສ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ ໂດຍສະເພາະການຮັກສາມູນເຊື້ອອັນດີງາມທີ່ສະຫະພັນສ້າງຜົນງານຍາດໄດ້ຫຼຽນທອງໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ພ້ອມທັງເປັນການຄັດເລືອກນັກກີລາດີເດັ່ນກຽມສົ່ງເຂົ້າຮ່ວມແຂ່ງຂັນເພາະກາຍຊີງແຊັມໂລກ ທີ່ປະເທດໄທ ລະຫວ່າງວັນທີ 6-12 ທັນວາ 2022 ແລະ ເຂົ້າຮ່ວມໃນງານກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ກາງປີ 2023 ລາຍການດັ່ງກ່າວມີການຊີງໄຊ 8 ລາຍການ ແບ່ງອອກເປັນ 2 ໝວດ ຄື: ໝວດອອກກໍາລັງກາຍ ແຂ່ງຂັນກັນ ( The Stronger Athlete of lao 2022 ) ແລະ ໝວດແຂ່ງຂັນເພາະກາຍຊີງແຊັມປະເທດລາວ ຊຶ່ງມີນັກກີລາມາຈາກ ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມຢ່າງຫຼວງຫຼາຍ.

ຜ່ານການແຂ່ງຂັນຜົນປະກົດວ່າ:
-ຮຸ່ນນໍ້າໜັກ 75 ກິໂລກຼາມ ຊຶ່ງມີນັກກີລາທີມຊາດ ຜູ້ສ້າງຜົນງານຄັ້ງປະຫວັດສາດຄວ້າ ຫຼຽນທອງ ໃນຮ່າໂນ້ຍ ເກມ ເຂົ້າຮ່ວມຊີງໄຊ ແລະ ກໍເປັນໄປຕາມຄາດ ທ້າວ ພຸດສະຫວັນ ສີຊົມພູ ຈາກວຽງຈັນ ຟິດເນັດ ຄອງແຊັມລາຍການນີ້ໄປຄອງ
-ຮຸ່ນນໍ້າໜັກ 76 ກິໂລກຼາມ ແຊັມຕົກເປັນຂອງທ້າວ ພູມີ ສະຫວັດດີ ຈາກສະໂມສອນ ອີເອັດອີ ແຂວງຈຳປາສັກ
-ຮຸ່ນນໍ້າໜັກ 70 ກິໂລກຼາມ ຊະນະເລີດ ທ້າວ ດວງວັງ ຫຼວງລາລິນ ຈາກ ສະໂມສອນ ດັບເບີນຢູ ຟິດເນັດ

-ຊະນະເລີດຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕິແມັດ ຕົກເປັນຂອງ ທ້າວ ຂາວພອນ ພອນປະເສີດ ຈາກສະໂມສອນ Spunk Team By Sengvixay ຢີ້ມ
-ຊະນະເລີດຊາຍຫຸ່ນງາມ ຄວາມສູງບໍ່ເກີນ 171 ຊັງຕິແມັດ ຕົກເປັນຂອງ ທ້າວ ພຸດທະສອນ ຈັນທະລາສີ ຈາກສະໂມສອນ Spunk Team
-ຊະນະເລີດຍິງຫຸ່ນງາມ ຕົກເປັນຂອງນາງ ຈິນດາ ຄຳບຸນເຮືອງ ຈາກສະໂມສອນ Spunk Team By Sengvixay ຢີ້ມ

-ຊະນະເລີດ ຜູ້ຍິງທີ່ແຂງແຮງທີ່ສຸດ ຕົກເປັນຂອງ ນາງ ສີລິນາ ພະອະໄພ ນັກກີລາແລ່ນ-ລານທີມຊາດ
-ຊະນະເລີດ ຜູ້ຊາຍທີ່ແຂງແຮງທີ່ສຸດ ຕົກເປັນຂອງ ທ້າວ ເຄຊີ ອາລອນ ນັກກີລາຊາວສະຫະລັດອາເມລິກາ.
ສໍາລັບ ລາຍການນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ວຽງຈັນ ຟິດເນັດ ຈໍາກັດ ໄດ້ມອບເງິນສະໜັບສະໜູນເຂົ້າໃນການຈັດການແຂ່ງຂັນລວມມູນຄ່າ 636.000.000 ກີບ (ແບ່ງເປັນເງິນສົດ 100 ລ້ານກີບ ແລະ ມູນຄ່າສື່ໂຄສະນາ+ຜະລິດຕະພັນລວມມູນຄ່າ 536.000.000 ກີບ ) ສ່ວນ ສູນການຄ້າ ວຽງຈັນ ເຊັນເຕີ ສະໜັບສະໜູນສະຖານທີ່ລວມມູນຄ່າ 406.800.000 ກີບ ແລະ ພາກສ່ວນອື່ນໆ.