ວາງສີລາລຶກກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5

83

ພະນະທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີຂອງ ສປປ.ລາວ ແລະ ພະນະທ່ານປະຍຸດ ຈັນທະໂອຊາ ນາຍົກລັດຖະມົນຕີ ແຫ່ງພຣະຣາຊະອານາຈັກໄທ ພ້ອມດ້ວຍຄະນະນຳທັງສອງປະເທດ ໄດ້ເຂົ້າຮ່ວມພິທີວາງສິລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ-ຈັງຫວັດບຶງການຢ່າງເປັນທາງການ ໃນຕອນເຊົ້າຂອງວັນສຸກ ທີ 28 ຕຸລາ 2022ນີ້.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ເລີ່ມສ້າງເດືອນສິງຫາ 2019 ເປັນໂຄງການເງິນກູ້ຈາກອົງການຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ).

ໂຄງການໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ.


ສຳລັບຂົວມິດຕະພາບລາວ-ໄທແຫ່ງທີ5 ແມ່ນໄດ້ໃຊ້ເງິນລົງທຶນ 3.930 ລ້ານບາດ ຄ່າໃຊ້ຈ່າຍຝັ່ງໄທ 2.630 ລ້ານບາດ ໜ້າວຽກຄືງານຖະໜົນ ແລະອາຄານດ່ານສາກົນຝັ່ງໄທ, ຂົວຂ້າມແມ່ນ້ຳຂອງຝັ່ງໄທ,  ຝັ່ງລາວ ຈະໃຊ້ງົບປະມານ 1.300 ລ້ານບາດ ນຳໃຊ້ເຂົ້າໃນການກໍ່ສາງຂົວຂ້າມນ້ຳຂອງຝັ່ງລາວ ແລະເສັ້ນທາງ, ອາຄານດ່ານສາກົນຝັ່ງລາວ.

ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອຫວຸ້ງອ່າງຢູ່ປະເທດຫວຽດນາມແບບທີ່ບໍ່ເຄີຍມີມາກ່ອນ.


ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍຫ່າງຈາກເທດສະບານເມືອງປາກຊັນ ໄປທາງທິດເໜືອຕາມທາງເລກ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງ 2.860 ແມັດ.


ໂຄງສ້າງຂົວຊ່ວງກາງນ້ໍາເປັນລັກສະນະຂົວແຂວນ (Extradoses) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນໃນນັ້ນຊ່ວງຂົວກາງນໍ້າທີ່ຮັບຜິດຊອບຮ່ວມກັນລວມມີ 9 ຊ່ວງ ມີລວງຍາວທັງໝົດ 810 ແມັດ, ຂົວເຊື່ອມຕໍ່ມີລວງຍາວ 540 ແມັດ ໂຄງສ້າງ ແລະ ຮູບຊົງ ເສົາຄຶງສາຍກາບຢູ່ກາງນໍ້າເປັນຮູບແຄນຄູ່ຢູ່ເສົາກາງນໍ້າ 4 ເສົາ ມູນຄ່າການກໍ່ສ້າງລວມສະເພາະເບື້ອງລາວ 1.380.067.000 ບາດ(ສະກຸນເງິນໄທ).